ພິທີເຊັນສັນຍາການຮ່ວມມືສ້າງ ແລະ ພັດທະນາໂທລະພາບ ຊ່ອງສຶກສາ ແລະ ກິລາ ຫຼື ESTV ລະຫວ່າງສະຖາບັນການຄົ້ນຄວ້າວິທະນາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາກັບບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກຈໍາກັດ ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດນີ້, ໂດຍການເຂົ້າຮ່ວມ ທ່ານ ປອ ພຸດ ສິມມາລາວົງ ຮອງ ລມຕ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ສີສັນ ປອງນະທີ ຮອງຜູ້ອໍານວຍການບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ກ່າວວ່າ: ການເຊັນສັນຍາຮ່ວມມືລະຫວ່າງ 2 ຝ່າຍໃນຄັ້ງນີ້ກໍເພື່ອສ້າງ ແລະ ພັດທະນາໂທລະພາບຊ່ອງສຶກສາ ແລະ ກິລາ ຫຼື ອີເອັສທີວີ (ESTV) ພາຍຫຼັງທີ່ໄດ້ຮ່ວມມືອອກອາກາດທົດລອງນໍາກັນມາ ແຕ່ວັນທີ 5 ພຶດສະພາ 2020 ທາງສະຖານີດາວທຽມລາວແຊັດ (ຊ່ອງ 8) ແລະ ຊ່ອງດັ່ງກ່າວເປັນຊ່ອງສະເພາະຂະແໜງການ ສຶກສາ, ເຜີຍແຜ່ຂໍ້ມູນຂ່າວສານ, ສາລະຄະດີ ແລະ ການເຄື່ອນໄຫວໃນຂົງເຂດວຽກງານການສຶກສາ ຜ່ານລະບົບດາວທຽມ ລາວແຊັດ- 1 ໂດຍນໍາໃຊ້ຄື້ນຄວາມຖີ່ Ku-Band ແລະ ສາມາດຮັບຊົມໄດ້ໃນຂອບເຂດທົ່ວປະເທດ; ທັງນີ້, ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ກ້າວເຂົ້າສູ່ຄວາມທັນສະໄໝດ້ວຍຮູບແບບການສອນ-ການຮຽນ ຜ່ານສື່ໂທລະພາບ ແລະ ເອເລັກໂຕຼນິກຕ່າງໆທີ່ເປັນແນວໂນ້ມຂອງການພັດທະນາວຽກງານການສຶກສາທີ່ໄດ້ຮັບຄວາມນິຍົມຈາກສາກົນ ເວົ້າລວມເວົ້າສະເພາະກໍແມ່ນໄລຍະທີ່ເກີດການແພ່ລະບາດຂອງເຊື້ອພະຍາດ, ໄພພິບັດທາງທໍາມະຊາດ ແລະ ເຫດສຸກເສີນທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ພິທີດັ່ງກ່າວ, ໃຫ້ກຽດລົງນາມ ເຊັນສັນຍາໂດຍທ່ານ ປອ ອ່ອນ ແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ຕິ່ງ ຢອງປິງ ຜູ້ອໍານວຍການບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ.