ວັນທີ 24 ກໍລະກົດ 2020, ກະຊວງ ປກສ ໄດ້ຈັດກອງປະຊຸມກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ແລະ ແຜນການກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ( 5 ເມສາ 1961-5 ເມສາ 2021 ) ໂດຍມີ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ພົຕ ກົງທອງ ພົງວິຈິດ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ປກສ ໄດ້ລາຍງານກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ຂອງແຕ່ລະອະນຸກໍາມະການ ເປັນຕົ້ນແມ່ນອະນຸກໍາມະການເນື້ອໃນປັດຈຸບັນການກະກຽມເນື້ອໃນຮັບໃຊ້ກອງປະຊຸມໃຫຍ່ແມ່ນໄດ້ກະກຽມສຳເລັດຂັ້ນພື້ນຖານລວມທັງໝົດ ມີ 29 ເອກະສານ, ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະຮັບຜິດຊອບຊີ້ນໍາໄດ້ນໍາຮ່າງລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຂອງຄະນະພັກກະຊວງ ເຂົ້າຜ່ານໃນກອງປະຊຸມທາບທາມບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງເຂົ້າເປັນຄະນະພັກກະຊວງ ຄັ້ງທີ V ຮອບທີ 2 ໃນກາງເດືອນກໍລະກົດຜ່ານມາ, ເຊິ່ງໄດ້ຮັບການປະກອບຄໍາເຫັນ 20 ສະບັບ ແລະ ໄດ້ນໍາບົດລາຍງານການເມືອງຂອງ 4 ກົມໃຫຍ່ມາປັບປຸງເນື້ອໃນເອກະສານດັ່ງກ່າວ ໃຫ້ມີເນື້ອໃນສົມບູນ, ພ້ອມທັງກະກຽມຈັດກອງປະຊຸມສໍາມະນາວິທະຍາສາດ ລະດົມຄວາມຄິດເຫັນໃສ່ 2 ເອກະສານ ເພື່ອໃຫ້ມີເນື້ອໃນສົມບູນ ຕາມແຜນການຈະຈັດຂຶ້ນໃນວັນທີ 29 ກໍລະກົດ 2020, ລໍຖ້າກະຊວງອະນຸມັດແຜນການ, ງົບປະມານຮັບໃຊ້ ແລະ ຕົກລົງວັນເວລາໃນ ການຈັດກອງປະຊຸມ. ສັງລວມແລ້ວການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ປກສ ຄັ້ງທີ V ເຫັນວ່າມີຄວາມພ້ອມ ແລະ ຈະສຸມໃສ່ດໍາເນີນໃຫ້ມີຜົນສໍາເລັດຕາມຄາດໝາຍ.

ສຳລັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຄົບຮອບ 60 ປີ ພາຍຫຼັງໄດ້ຮັບໜັງສືແຈ້ງການຂອງຫ້ອງວ່າການສູນກາງພັກກ່ຽວກັບທິດຊີ້ນໍາຂອງຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ການສະເຫຼີມສະຫຼອງວັນສ້າງຕັ້ງກໍາປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ພື້ນຖານແມ່ນເຫັນດີກັບເນື້ອໃນ ແລະ ກິດຈະກໍາສະເຫຼີມສະຫຼອງທີກະຊວງປ້ອງກັນຄວາມສະຫງົບ ກະກຽມ ແລະ ສະ ເໜີໄປນັ້ນ. ຈາກນັ້ນຄະນະຮັບຜິດຊອບຊີ້ນໍາໄດ້ນໍາສະເໜີລັດຖະມົນຕີຕົກລົງອະນຸມັດແຜນແມ່ບົດ, ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຕາຕະລາງເຄື່ອນໄຫວກິດຈະກໍາຕ່າງໆສໍາເລັດ, ພ້ອມກັນນັ້ນ ກະຊວງກໍໄດ້ສະເໜີຂັ້ນເທິງອອກຄໍາສັ່ງແນະນໍາກ່ຽວກັບການສະເຫຼີມສະຫຼອງວັນຕັ້ງດັ່ງກ່າວ, ສໍາລັບການກະກຽມຂອງອະນຸກໍາມະການປ້ອງກັນ, ຂະບວນການ ແລະ ພິທີການແມ່ນໄດ້ມີແຜນການເຄື່ອນໄຫວສໍາເລັດໂດຍພື້ນຖານ.