ກອງບັນຊາການ ປກສ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງປ້ອງກັນຄວາມສະຫງົບ ກຸ່ມ VII ໂດຍມີ 8 ບ້ານ ທີ່ຂຶ້ນກັບ, ເຂົ້າຮ່ວມໂດຍ ພັອ ປອ ວັນທອນ ສຸລິສັກ ຮອງຫົວກົມໃຫຍ່ສັນຕິບານ ຄະນະຊີ້ນໍາກໍ່ສ້າງຮາກຖານກະຊວງ ປກສ, ມີ ພັທ ສີເພັດ ພິມມະສອນ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ພ້ອມດ້ວຍຫົວໜ້າ ປກສ ກຸ່ມ, ອໍານາດປົກຄອງບ້ານ 8 ບ້ານ ແລະ ນັກສໍາມະນາກອນ 57 ສະຫາຍ ເຂົ້າຮ່ວມ.

ພັທ ສີເພັດ ພິມມະສອນ ກ່າວວ່າ: ເອກະສານທີ່ນໍາມາຝຶກອົບຮົມໃນຄັ້ງນີ້ລວມມີ: ເອກະສານມະຕິ IX ກ່ຽວກັບວຽກ 4 ບຸກທະລຸ, ເອກະສານບໍາລຸງສິດ ແລະ ພາລະກິດ ແລະ ພາລະບົດບາດ ປກສ ບ້ານ, ວຽກງານຄຸ້ມຄອງຄົນຕ່າງປະເທດ, ບາງມາດຕະການກ່ຽວກັບກົດໝາຍອາຍາ, ເອກະສານຄຸ້ມຄອງເປົ້າໝາຍ ແລະ ເອົາຄໍາໃຫ້ການເບື້ອງຕົ້ນ, ເອກະສານປ້ອງກັນສະຖານທີ່ເກີດເຫດ, ດຳລັດເລກທີ 188/ນຍ, ເອກະສານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ເອກະສານວຽກງານຄຸ້ມຄອງສໍາມະໂນຄົວ, ເອກະສານອາຊີບພິເສດ, ເອກະສານສ້າງບ້ານປ້ອງກັນຄວາມສະຫງົບດີ ເຊິ່ງບັນດາເອກະສານ ດັ່ງກ່າວ ແມ່ນມີຄວາມໝາຍສໍາຄັນ ຕໍ່ການນໍາໃຊ້ເຂົ້າໃນວຽກງານວິຊາສະເພາະພາຍໃນບ້ານ ໂດຍສະເພາະແມ່ນເອກະສານກ່ຽວກັບ ວຽກງານຄຸ້ມຄອງຄົນຕ່າງປະເທດ, ເຊິ່ງປັດຈຸບັນມີຄົນຕ່າງປະເທດທີ່ເຂົ້າມາອາໃສຢູ່ໃນແຕ່ລະບ້ານແມ່ນມີອັດຕາເພີ່ມຂຶ້ນ ເພື່ອເປັນການຄຸ້ມຄອງ ແລະ ຕິດຕາມ-ກວດກາການເຄື່ອນໄຫວຂອງບຸກຄົນດັ່ງກ່າວບໍ່ໃຫ້ກະທໍາຜິດທີ່ເປັນຜົນເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ເປັນໄພຕໍ່ປະຊາຊົນ.

ນອກນັ້ນ, ຍັງເປັນການຍົກລະດັບຄວາມຄວາມສາມາດໃຫ້ ປກສ ໃນຈໍານວນ 8 ບ້ານ ທີ່ປະກອບສ່ວນຢ່າງຕັ້ງໜ້າຂອງທຸກພາກສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນການກວດກາ-ຕິດຕາມຄົນຫຼຸດ-ຄົນເພີ່ມ, ການພັກເຊົາຊົ່ວຄາວ ຫຼື ການຮັບເອົາບຸກຄົນທີ່ໂຍກຍ້າຍຖິ່ນຖານຈາກບ້ານ, ເມືອງ ແລະ ແຂວງອື່ນໃຫ້ມີຄວາມຖືກຕ້ອງ, ຊັດເຈນ ແລະ ຖືກຕາມລະບຽບກົດໝາຍ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ທັງເປັນການປັບປຸງກຳລັງ ປກສ ບ້ານ ໃຫ້ມີການພັດທະນາຍົກສູງດ້ານວຽກງານວິຊາສະເພາະ, ສຶກສາອົບຮົມກໍາລັງປ້ອງກັນຄວາມສະຫງົບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ມີລະບຽບວິໄນຢ່າງເຂັ້ມງວດ ແລະ ສາມາດເຮັດຫຼ້ອນໜ້າທີ່-ທີ່ໄດ້ຮັບມອບໝາຍເປັນຢ່າງດີ.