ພັອ ໜູໃບ ອິນທະສານ ຮັກສາການ ຫົວໜ້າກົມ 509
ພັອ ໜູໃບ ອິນທະສານ ຮັກສາການ ຫົວໜ້າກົມ 509

ພັອ ໜູໃບ ອິນທະສານ ຮັກສາການ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ແລະ ຊຸກຍູ້ວຽກຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຢູ່ກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໃນວັນທີ 23 ກໍລະກົດ 2020; ໂດຍການຕ້ອນຮັບຂອງ ພັທ ຄຳທອນ ເພັດທອງສີ ຫົວໜ້າກອງບັນຊາການ ປກສ ເມືອງລອງ, ມີຫົວໜ້າຫ້ອງຄຸ້ມຄອງສຳມະໂນ ຄົວ ແລະ ກໍ່ສ້າງຮາກຖານ, ຄະນະກອງ
ບັນຊາການ ປກສ ເມືອງ, ຄະນະພະແນກວິຊາສະເພາະ, ຄະນະກອງກໍ່ສ້າງຮາກຖານ 914, ພະນັກງານກໍ່ສ້າງຮາກຖານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ຄຳທອນ ເພັດທອງສີ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານ
ໃຫ້ຮູ້ວ່າ: ເມືອງລອງ ເປັນເມືອງໜຶ່ງທີ່ນອນຢູ່ໃນແຂວງຫຼວງນຳ້ທາ ມີຊາຍແດນຕິດກັບປະເທດມຽນມາ, ໂດຍລວມແລ້ວ ເມືອງລອງ ແມ່ນມີຄວາມສະຫງົບໂດຍພື້ນຖານແຕ່ຍັງມີບາງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເຊັ່ນ: ການຂົນສົ່ງຄ້າ-ຂາຍຢາເສບຕິດ, ການຄ້າ-ຂາຍເຖື່ອນ, ບັນຫາມົ້ວສຸມເສບຢາເສບຕິດ, ບັນຫາຄ້າ-ຂາຍມະນຸດ, ຂີ້ລັກ ແລະ ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາອື່ນໆ.

ໄລຍະຜ່ານມາຄະນະກອງບັນຊາ ການ ປກສ ເມືອງ ໄດ້ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ສົມທົບກັບກຳ
ລັງກໍ່ສ້າງຮາກຖານຂອງກະຊວງ ປກສ ກອງກໍ່ສ້າງຮາກຖານ 914 ແລະ ກຳລັງຂອງແຂວງ ປະສານສົມທົບກັບກຳລັງ ປກສ ກຸ່ມ, ອຳນາດການປົກຄອງບ້ານ ລົງຊຸກຍູ້ກຳລັງ ປກສ ບ້ານ ເຮັດວຽກງານວິ ຊາສະເພາະ, ກວດກາຄຸ້ມຄອງເປົ້າໝາຍ, ຕິດຕາມກວດກາການເໜັງຕີງຂອງພົນລະເມືອງ ພ້ອມນີ້ກອງບັນຊາ ການຍັງໄດ້ເອົາໃຈໃສ່ເຮັດວຽກງານວິຊາສະເພາະຂຶ້ນທະບຽນສຳມະໂນຄົວ ແລະ ອອກບັດປະຊາຊົນ ແລະ ລົງແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ ພາຍໃນເມືອງ.

ພັອ ໜູໃບ ອິນທິສານ ໄດ້ເນັ້ນຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີແນວຄິດຫຼັກໝັ້ນ ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ພ້ອມກັນເອົາໃຈໃສ່ປະສານສົມທົບກັບກອງກໍ່ສ້າງຮາກຖານການເມືອງ ຂະແໜງການທີ່ກ່ຽວຂ້ອງຂອງເມືອງລົງເຄື່ອນໄຫວ ເຮັດວຽກງານກໍ່ສ້າງຮາກຖານການເມືອງ ຊຸກຍູ້ອຳນາດການປົກຄອງບ້ານ ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ປຸກລະດົມຂົນຂວາຍປະຊາຊົນບັນດາ ເຜົ່າໃຫ້ມີສ່ວນຮ່ວມໃນວຽກງານປ້ອງ ກັນຄວາມສະຫງົບ ແລະ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ເປັນຕົ້ນແມ່ນບັນຫາການຄ້າ-ຂາຍຢາເສບຕິດ, ມົ້ວສຸມ
ເສບຢາເສບຕິດ, ການຄ້າ-ຂາຍເຖື່ອນ, ການຄ້າມະນຸດ ແລະ ຂີ້ລັກ-ງັດແງະ ທີ່ເກີດຂຶ້ນຢູ່ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.