ວິທະຍາຄານສັນຕິບານປະຊາຊົນ ( ວສປ ) ກະຊວງ ປກສ ຈັດພິທີປ້ອງກັນວິທະຍານິພົນ ໃຫ້ນັກສຶກສາປະລິນຍາໂທ ຮຸ່ນທີ 10, ໃນວັນທີ 23-24 ກໍລະກົດ 2020, ເຂົ້າຮ່ວມໂດຍ ພັອ ປອ ວັນສົມ ສີສົມບັດ ຫົວໜ້າ ວສປ, ມີຮອງຫົວໜ້າອາຈານທີ່ປືກສາ, ແຂກຮັບເຊີນ, ຜູ້ສັງເກດການວິທະຍາສາດ, ຕາງໜ້າບັນດາຫ້ອງ, ຄູ-ອາຈານ, ນັກສຶກສາ ເຂົ້າຮ່ວມ.

ຊຸດຮຽນປະລິນຍາໂທ ຮຸ່ນທີ 10 ນີ້, ມີນັກສຶກສາມາຈາກກົມ-ກອງ, ກອງບັນຊາການ ປກສ ແຂວງ ທີ່ມີໜ້າທີ່ຮັບຜິດຊອບຂັ້ນພະແນກ ຈໍານວນ 39 ສະຫາຍ, ໄດ້ເປີດຮຽນມາແຕ່ ວັນທີ 24 ສິງຫາ 2018, ເວລາຮຽນ 2 ປີ, ແບ່ງອອກເປັນ 4 ພາກຮຽນ ຄື: ພາກຮຽນທີ 1 ມີ 8 ວິຊາຮຽນ ມີ 21 ໜ່ວຍກິດ ມີ 336 ຊົ່ວໂມງ, ພາກຮຽນທີ 2 ມີ 9 ວິຊາຮຽນ ມີ 22 ໜ່ວຍກິດ ມີ 352 ຊົ່ວໂມງ, ພາກຮຽນທີ 3 ມີ 8 ວິຊາຮຽນ ມີ 21 ໜ່ວຍກິດ ມີ 336 ຊົ່ວໂມງ ແລະ ພາກຮຽນທີ 4 ແມ່ນພາກປ້ອງກັນບົດ.

ການປ້ອງກັນບົດວິທະຍານິພົນ ລວມມີ 39 ຫົວຂໍ້, ເລີ່ມປ້ອງກັນ ໃນວັນທີ 23 ກໍລະກົດ ຫາ ທ້າຍ ເດືອນສິງຫາ 2020, ມາຮອດປັດຈຸບັນນີ້ປ້ອງກັນສໍາເລັດແລ້ວ 4 ຫົວຂໍ້ ຄື: ຍົກສູງຄຸນນະພາບວຽກງານຄຸ້ມຄອງວິຊາສະເພາະຕໍ່ຄົນ ຕ່າງປະເທດຢູ່ແຂວງຄໍາມ່ວນ ປ້ອງກັນໂດຍ ພັທ ແສງເພັດ ວົງຄໍາ, ຍົກສູງຄຸນນະພາບວຽກງານກໍ່ສ້າງຮາກຖານການເມືອງ ຮັບປະກັນ ຄວາມສະຫງົບ ຢູ່ນະຄອນຫຼວງວຽງຈັນ ປ້ອງກັນໂດຍ ພັຕ ວອນ ທອງ ດວງຈັນພົມ, ເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ຢູ່ແຂວງບໍລິຄໍາໄຊ ປ້ອງກັນໂດຍ ພັທ ຜາຂົງ ດອກມະນີຈັນ ແລະ ຫົວຂໍ້: ເພີ່ມທະວີການປຸກລະດົມຂົນຂວາຍມະຫາຊົນ ເຂົ້າໃນວຽກງານປ້ອງກັນຄວາມ ສະຫງົບ ພື້ນທີ່ຊາຍແດນລາວ-ໄທ ຢູ່ແຂວງບໍລິຄໍາໄຊ ປ້ອງກັນ ໂດຍ ພັທ ສອນຄໍາ ພົມມະຈັນ.