ສະຫະພັນກຳມະບານ ກົມໃຫຍ່ພະລາທິການ ກະຊວງ ປກສ ສະຫຼຸບວຽກງານ 6 ເດືອນຕົ້ນປີ ໃນວັນທີ 24 ກໍລະກົດ 2020, ເຂົ້າຮ່ວມໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ ພະລາທິການ ປກສ ມີຄະນະພັກ ກົມໃຫຍ່, ຄະນະກົມ, ຄະນະຫ້ອງ, ກອງ, ໂຮງໝໍ 5 ເມສາ, ຄະນະສະຫະພັນກຳມະບານກົມໃຫຍ່ ແລະ ສະມາຊິກກຳມະບານອ້ອມຂ້າງທົ່ວກົມໃຫຍ່ພະລາທິການ ເຂົ້າຮ່ວມ.

ພັທ ແກ້ວ ດວງມາລາ ຮອງປະທານສະຫະພັນກໍາມະບານກົມໃຫຍ່ພະລາທິການ ປກສ ກ່າວວ່າ: ຕະຫຼອດ 6 ເດືອນຜ່ານມາ, ຄະນະສະຫະພັນກໍາມະບານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກກຳມະບານ ຕິດພັນກັບການເຄື່ອນໄຫວງານອື່ນໆ ສະແດງອອກໃນ 6 ເດືອນຜ່ານມາ, ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງໄດ້ 15 ສະຫາຍ ຍິງ 5 ສະຫາຍ, ຜະລິດລາຍ ການອອກວິທະຍຸ-ໂທລະພາບ ໄດ້ 48 ຄັ້ງ, ເກັບກໍາຂ່າວອ້ອມຂ້າງກົມໃຫຍ່ ໄດ້ 27 ຄັ້ງ, ຈ່າຍອຸປະກອນເຕັກນິກໃຫ້ກົມກອງອ້ອມຂ້າງກະຊວງ ຈໍານວນ 15 ລາຍການ, ຈ່າຍບົງນໍ້າມັນ ຈໍານວນ 118.605 ລິດ, ຈ່າຍອາວຸດຍຸດໂທປະກອນໃຫ້ກົມກອງອ້ອມຂ້າງກະຊວງ 22 ຄັ້ງ 66 ລາຍການ, ໄດ້ລົງຕິດຕາມການເຝົ້າລະວັງ 18 ພະຍາດ, ວາງຢາຂ້າໜອນນໍ້າ 2 ກົມກອງ ແລະ ປກສ ແຂວງ 23 ຄັ້ງ 56 ລາຍການ, ຮັບຄົນເຈັບເຂົ້ານອນໂຮງໝໍ 372 ຄົນ, ປິ່ນປົວດີ 354 ຄົນ, ໜ່ວຍກໍາມະບານກອງຜະລິດສາມາດສ້າງລາຍຮັບເຂົ້າກົມກອງດ້ວຍການ-ປູກຝັງລ້ຽງສັດ ແລະ ບໍລິການຕ່າງໆໄດ້ 227 ລ້ານກວ່າກີບ ແລະ ລົງຕິດຕາມກໍ່ສ້າງຫ້ອງການ ປກສ ເມືອງແກ່ນທ້າວ ສໍາເລັດ 75%. ກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງສະຫະພັນກໍາມະບານກົມໃຫຍ່ພະລາທິການ ວ່າດ້ວຍການແຕ່ງຕັ້ງໜ່ວຍກໍາມະບານຮາກຖານ, ຄະນະໜ່ວຍກໍາມະບານຮາກຖານທີ່ຂຶ້ນກັບສະຫະພັນກໍາມະບານ ກົມໃຫຍ່ພະລາທິການ ປກສ ຕື່ມອີກ.

ພົຈວ ທອງສຸກ ຍ່າເອີລາວລີ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຄັ້ງນີ້ວ່າ: ໃນ 6 ເດືອນຕໍ່ໜ້າຄະນະສະຫະພັນກໍາມະບານ ຕ້ອງເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກກຳມະບານເຊື່ອມຊຶມ, ກໍາເເໜ້ນຕໍ່ແນວທາງ ແລະ ພ້ອມກັນປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສໍາເລັດອັນໃໝ່ໃຫຍ່ຫຼວງຂຶ້ນກ່ວາເກົ່າ, ສືບຕໍ່ຊຸກຍູ້ການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ, 8 ຂະບວນ ການແຂ່ງຂັນຂອງຄະນະບໍລິຫານງານສະຫະພັນກໍາມະບານລາວ, ສ້າງຂະບວນການດ້ານຕ່າງໆໃຫ້ເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ.