ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ເລີກຮື້ກຸ່ມແກ້ງຄ້າຂາຍຢາເສບຕິດ ຈັບຜູ້ຖືກຫາໄດ້ 6 ຄົນ ພ້ອມຢາບ້າ 18.000 ກວ່າເມັດ ມາດໍາເນີນຄະດີຕາມກົດໝາຍ.

ໃນເວລາ 14:00 ໂມງ ຂອງວັນທີ 17 ກໍລະກົດ 2020, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ເຄື່ອນໄຫວເລີກຮື້ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ເສັ້ນທາງ ເຂດບ້ານນາແລ້ງຫຼວງ ເມືອງໄຊຍະບູລີ ສາມາດກັກຕົວ ທ້າວ ເຢຍວ່າງ ອາຍຸ 27 ປີ, ບ້ານຫ້ວຍ ທອງ ເມືອງວຽງຄໍາ ແຂວງຫຼວງພະບາງ ພ້ອມຢາບ້າ 1 ມັດ ມີ 2.000 ເມັດ. ຈາກນັ້ນ, ໄດ້ນໍາຕົວ ຜູ້ຖືກຫາໄປສອບສວນຂະຫຍາຍຜົນ. ຕໍ່ມາເວລາ 15:00 ໂມງ ຂອງມື້ດຽວກັນ, ເຈົ້າໜ້າທີ່ ໄດ້ເຂົ້າຈັບກຸມຜູ້ຊັດທອດໄດ້ ເພີ່ມ 4 ຄົນ ຄື: ທ້າວ ເຢ້ວ່າງ ອາຍຸ 26 ປີ ແລະ ທ້າວ ຈັນດີ ອາຍຸ 29 ປີ ທັງ 2 ຢູ່ບ້ານປາກທ່ຽວ ເມືອງໄຊຍະບູລີ, ທ້າວ ຈາເຮີ ອາຍຸ 25 ປີ ບ້ານຜາຄອຍ ເມືອງປາກທາ ແຂວງບໍ່ແກ້ວ ແລະ ທ້າວ ເຈັງຢ່າງ ອາຍຸ 30 ປີ ບ້ານທົ່ງກາບ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢຶດໄດ້ຂອງກາງຢາບ້າ 1 ມັດ ມີ 2.000 ເມັດ ແລະ ລົດເກ໊ງ 1 ຄັນ.

ນອກນັ້ນ, ໃນເວລາ 17:00 ໂມງ ເຈົ້າໜ້າ ທີ່ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດຢູ່ຫ້ອງເຊົ່າເຂດບ້ານສີມຸງຄຸນ ເມືອງໄຊຍະບູລີ ສາມາດ ກັກຕົວ ທ້າວ ທອງແກ້ວ ອາຍຸ 30 ປີ ບ້ານປາງມອນ ເມືອງຄອບ ແຂວງໄຊຍະບູລີ, ຜ່ານການກວດ ຫ້ອງເຊົ່າ ພົບຢາບ້າ 14.200 ເມັດ ແລະ ລົດຈັກ 1 ຄັນ.