ພິທີປະກາດແຕ່ງຕັ້ງຫົວໜ້າກອງບັນຊາການທີ່ຕັ້ງ ກະຊວງ ປກສ ໄດ້ຈັດຂຶ້ນໃນ ວັນທີ 28 ກໍລະກົດ 2020 ໂດຍການເຂົ້າຮ່ວມຂອງ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ; ມີຄະພັກ-ຄະນະ ບັນຊາ; ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກອງບັນຊາການປ້ອງກັນທີ່ຕັ້ງເຂົ້າຮ່ວມ.

ພັອ ຄອນສະຫວັນ ສົມພາໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງ ປກສ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 398/ນຍ; ລົງວັນທີ 10 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ; ນາຍົກລັດຖະມົນຕີອອກດຳລັດ: ແຕ່ງຕັ້ງ ພັອ ໄຊສີ ແກ້ວສະຫງ່າ ເປັນຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ທັງນີ້ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງກອງບັນຊາການປ້ອງກັນທີ່ຕັ້ງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໂອກາດດັ່ງກ່າວ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບໜ້າທີ່ຕໍາແໜ່ງໃໝ່ ພ້ອມທັງເນັ້ນໃຫ້ເພີ່ມທະວີຄວາມເປັນເອກະພາບ, ຍົກສູງຄຸນນະພາບຂອງວຽກງານທີ່ຕົນເອງຮັບຜິດຊອບຂຶ້ນຕື່ມ, ຕ້ອງມີການຄົ້ນຄວ້າວາງແຜນ, ຮູ້ຈັກຜັນຂະຫຍາຍເອົາທິດສະດີ, ແນວທາງມະຕິຄໍາສັ່ງຂອງຂັ້ນເທິງມາເປັນແຜນການອັນລະອຽດຕາມສະພາບເງື່ອນໄຂຂອງກົມກອງຂອງຕົນຢ່າງປະດິດສ້າງ; ຄຽງຄູ່ກັນນັ້ນ, ຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ -ແນວຄິດ ເພື່ອສ້າງຖັນແຖວນາຍ ແລະ ພົນຕໍາຫຼວດໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເກັ່ງກ້າສາມາດ, ຄ່ອງແຄ້ວ, ວ່ອງໄວໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ມີຄຸນສົມບັດສິນທໍາປະ ຕິວັດ, ມີແບບແຜນດໍາລົງຊີວິດ ແລະ ເຮັດວຽກທີ່ປອດໃສ, ຊື່ສັດບໍລິສຸດ,ມີລະບຽບວິໄນເຂັ້ມງວດ, ມີນໍ້າໃຈເສຍສະຫຼະ, ມີຄວາມຮັບ ຜິດ ຊອບສູງ, ເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ, ການຈັດຕັ້ງມອບໝາຍໃຫ້.