ພັອ ຄໍາຈັນ ແສງລາວົງ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າ ກອງບັນຊາການ ປກສ ແຂວງ ຜົ້ງສາລີ ຄົນໃໝ່ຕາມດຳລັດຂອງ ນາຍົກລັດຖະ ມົນຕີ ເລກທີ 400/ນຍ ລົງວັນທີ 10 ກໍລະກົດ 2020 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າກອງບັນຊາ ການປ້ອງກັນຄວາມສະງົບ ແຂວງ ຜົ້ງສາລີ ໂດຍພິທີປະກາດ ໄດ້ຈັດຂຶ້ນວັນທີ 29 ກໍລະກົດ 2020 ມີ ພົຈວ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ແລະ ທ່ານ ບົວທອງ ອຸແສງຄຳ ປະທານສະພາປະຊາຊົນແຂວງ, ມີຄະນະກອງບັນຊາການແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ພົຈວ ສຸວັນນີ ສີສຸພາບມີໄຊ ໄດ້ເນັ້ນ ໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດ ພະນັກງານ-ນັກຮົບເປັນກົກ, ຊີ້ນຳ-ນຳພາການເຮັດວຽກປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຄຸນນະພາບສູງກວ່າເກົ່າ, ປຸກລະດົມທົ່ວປວງຊົນເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ ໃຫ້ກາຍເປັນໜ້າທີ່ຂອງໝົດທຸກຄົນ; ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບພາຍໃນກຳລັງຢ່າງມີຄວາມຍຸດຕິທຳ ແລະ ສົມເຫດສົມຜົນ, ເຮັດວຽກງານການຕ່າງປະເທດຕາມແນວທາງຂອງພັກ ໂດຍສະເພາະຮ່ວມມືກັບ ສສ ຫວຽດນາມ ແລະ ສປ ຈີນ ເພື່ອຍາດແຍ່ງທຶນຮອນ, ບົດຮຽນ ແລະ ປະສົບການ; ປັບປຸງພື້ນຖານໂຄງລ່າງ ກອງບັນຊາການໃຫ້ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ; ເອົາໃຈໃສ່ປັບປຸງ ແບບແຜນວິທີບັນຊາ-ນຳພາຂອງຄະນະພັກແຕ່ລະຂັ້ນ; ສ້າງຄວາມ ສາມັກຄີພາຍໃນ ແລະ ພາຍນອກ ໃຫ້ແໜ້ນແຟ້ນ ເພື່ອພ້ອມກັນປ້ອງກັນຄວາມສະຫງົບ ທົ່ວແຂວງ ຜົ້ງສາລີ ໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ສະຫງົບສຸກ.