ກົມສື່ສານ ກະຊວງ ປກສ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າ-ຮອງພະແນກ ແລະ ໜ່ວຍງານ, ພ້ອມທັງເຜີຍແຜ່ຄຳແນະນຳວ່າດ້ວຍການຈັດ ຕັ້ງປະຕິບັດກົດໝາຍກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ (ສະບັບປັບປຸງ), ໃນວັນທີ 29 ກໍລະກົດ 2020 ໂດຍມີ ພັອ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ວັນນະຄອນ ໄພໂລດ ຫົວໜ້າພະແນກການເມືອງ, ຮອງຫົວໜ້າກົມສື່ສານ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກົມສື່ສານ. ໃນນີ້, ໄດ້ແຕ່ງ ພັທ ພອນແກ້ວ ຄຳພິລາວົງ ເປັນຮອງຫົວໜ້າຫ້ອງການກົມສື່ສານ, ພັທ ຄຳເຟື່ອນ ນາມມະວົງ ເປັນຫົວໜ້າພະແນກການເມືອງ, ພັຕ ໄພທູນ ແກ້ວຜາສຸກ ເປັນຮອງຫົວໜ້າພະແນກເຕັກນິກ, ພັທ ອຳພອນ ວັນນິວົງຄຳ ເປັນຫົວໜ້າພະແນກຄຸ້ມຄອງລະບົບຄອມພິວເຕີ, ພັທ ກອງເພັງ ຈັນທະວົງ ແລະ ພັທ ວຽງສະຫວັນ ໄພສະຫວັດ ເປັນ ຮອງຫົວໜ້າພະແນກຄຸ້ມຄອງລະບົບຄອມພິວເຕີ, ພັທ ພອນທິບ ຖາວອນ ເປັນຫົວໜ້າພະແນກໂທລະເລກ ແລະ ພັຕ ໝອນ ກິດຕິພັນ ເປັນຮອງຫົວໜ້າພະແນກໂທລະເລກ, ພັທ ພອນເພັດ ສີສຸລາດ ເປັນຮອງຫົວໜ້າພະແນກຕິດຕັ້ງ-ສ້ອມແປງ ແລະ ພັທ ກົງຄຳ ເປັນຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ພ້ອມທັງປະກາດແຕ່ງຕັ້ງຫົວໜ້າ ແລະ ຮອງໜ່ວຍງານຂອງຫ້ອງການ, ພະແນກທີ່ຂຶ້ນກັບກົມສື່ສານ. ໃນນີ້, ແຕ່ງຕັ້ງ ພັຕ ຄຳພຸດ ພາມຸງຄຸນ ເປັນຫົວໜ້າ ແລະ ພັຕ ນາງ ມະນີວັນ ທຳທະວົງ ເປັນຮອງໜ່ວຍງານການພິມ ແລະ ສຳນວນ-ສຳເນົາ ຫ້ອງການກົມ, ພັຕ ພອນ ສະຫວັນ ແກ້ວນະຄອນ ເປັນຫົວໜ້າໜ່ວຍງານຄຸ້ມຄອງລະບົບສູນກາງໂທລະສັບຂອງກຳລັງ ປກສ ພະແນກໂທລະສັບ ແລະ ຮອ ຄຳມັງ ໄຊຍະສຸກ ເປັນຮອງໜ່ວຍງານ ສ້ອມແປງວິທະຍຸຄື້ນສັ້ນ ພະແນກຕິດຕັ້ງ-ສ້ອມແປງ.

ໃນໂອກາດນີ້, ຍັງໄດ້ເຜີຍແຜ່ຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ (ສະບັບປັບປຸງ) ເພື່ອຜັນຂະຫຍາຍເນື້ອ ໃນບາງມາດຕາຂອງກົດໝາຍວ່າ ດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ໃຫ້ເປັນລະອຽດ, ຮັດກຸມ ແລະ ເປັນບ່ອນອີງໃຫ້ການຄຸ້ມຄອງກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ມີຄວາມສະດວກ ແລະ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ.