ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ເປີດບ້ານທົດລອງຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ບ້ານນາຊາຍທອງໃຕ້, ໃນວັນທີ 3 ສິງຫາ 2020, ໂດຍມີ ທ່ານ ວຽງຄຳ ສີຫາໂຄດ ຮອງເຈົ້າເມືອງ ເມືອງນາຊາຍທອງ, ພັທ ລຳພອນ ສີສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ, ມີຫົວໜ້າ ປກສ ກຸ່ມ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານກອງຮ້ອຍ VII ເມືອງນາຊາຍທອງ, ນາຍບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.

ພັທ ພອນໄຊ ຫວ່າງຈັນດາ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງນາຊາຍທອງ, ທັງເປັນກອງເລຂາກອງຮ້ອຍ VII ໄດ້ຜ່ານແຜນການຈັດຕັ້ງປະຕິບັດວຽກງານການເປີດບ້ານທົດລອງຫັນລົງກໍ່ສ້າງຮາກຖານການເມືອງຢູ່ບ້ານນາຊາຍທອງໃຕ້ວ່າ: ການລົງທົດລອງກໍ່ສ້າງຮາກຖານຄັ້ງນີ້ແມ່ນໄດ້ເລີ່ມແຕ່ວັນທີ 3-21 ສິງຫາ 2020, ເຊິ່ງຈະສຸມໃສ່ວຽກງານຄຸ້ມຄອງສຳມະໂນຄົວ, ວຽກງານຄຸ້ມຄອງຄົນຕ່າງປະເທດ, ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ວຽກງານຝຶກອົບຮົມ, ປັບປຸງກຳລັງ ປກສ ກຸ່ມ ແລະ ປກສ ບ້ານ.

ການເຮັດທົດລອງຄັ້ງນີ້ແມ່ນເພື່ອຮັບປະກັນດ້ານປະສິດທິພາບ ແລະ ປະສິດທິຜົນຂອງການຈັດຕັ້ງປະຕິບັດວຽກງານຈຸດສຸມໃຫ້ມີຜົນສໍາເລັດ, ເພື່ອຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການ, ຄວາມເປັນເອກະພາບໃນການຊີ້ນໍາບັນຊາ, ການຈັດຕັ້ງປະຕິບັດຕົວຈິງ, ສ້າງໃຫ້ໄດ້ບົດຮຽນກ່ຽວກັບວຽກງານກໍ່ສ້າງຮາກຖານ, ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ເມືອງນາຊາຍທອງ ກໍຄືບ້ານນາຊາຍທອງໃຕ້ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.