ພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຫົວໜ້າອໍານວຍການໂຮງຮຽນວັດທະນະທໍາ ຫຼັກ 67 ກົມໃຫຍ່ການເມືອງ ກະຊວງ ປກສ ລະຫວ່າງ ພັອ ຈັນດາ ແກ້ວພັກດີ ຫົວໜ້າອໍານວຍການໂຮງຮຽນວັດທະນະທໍາ ຫຼັກ 67 ( ຜູ້ເກົ່າ ) ແລະ ພັທ ທະວີພອນ ຮັກໜໍ່ລາດ ຫົວໜ້ອຳນວຍການໂຮງຮຽນວັດທະນະທໍາ ຫຼັກ 67 ( ຜູ້ໃໝ່ ) ໄດ້ຈັດຂຶ້ນໃນວັນທີ 31 ກໍລະກົດ 2020, ມີ ພັອ ບຸນມີ ມັກຄະວານ ຫົວໜ້າກົມກໍ່ສ້າງກໍາລັງ, ພັທ ນາງ ຈັນທາ ວັນນະແສງ ຫົວໜ້າກົມປ້ອງກັນກໍາລັງ, ແຂກຮັບເຊີນ ແລະ ພະນັກງານຄູ-ອາຈານ ເຂົ້າຮ່ວມເປັນສັກຂີພະຍານ.

ພັອ ຈັນດາ ແກ້ວພັກດີ ໄດ້ຜ່ານການຈັດຕັ້ງເຄື່ອນໄຫວການ ຊີ້ນໍາ-ນໍາພາຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ໄດ້ນໍາພາພະນັກງານຄູ-ອາຈານ ແລະ ນັກຮຽນ ສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ໂດຍຕິດພັນ ແລະ ສອດຫ້ອຍເຂົ້າໃນວຽກງານວິຊາສະເພາະ, ໂດຍຜ່ານຄະນະພັກ-ຄະນະບັນຊາ, ຄະນະອໍານວຍການໂຮງຮຽນ ຖືເອົາການຈັດຕັ້ງຄົ້ນຄວ້າຮໍ່າຮຽນ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ລະບຽບຂອງກໍາລັງ, ເຂົ້າຮ່ວມບັ້ນດໍາເນີນຊີວິດການເມືອງ, ຮ່ວມຊີວິດປະຈຳເດືອນຢ່າງເປັນປົກກະຕິ, ວຽກງານວິຊາສະເພາະ ໄດ້ນໍາພາການຮຽນການສອນໃຫ້ມີຄຸນນະພາບ ສາມາດທຽບເທົ່າກັບສູນກາງ ແລະ ທ້ອງຖິ່ນ, ສ້າງໃຫ້ມີນັກຮຽນດີ-ນັກຮຽນເກັ່ງ, ຄູສອນດີ-ຄູສອນເກັ່ງ, ໄດ້ນໍາພາຄູ-ອາຈານສ້າງນັກຮຽນ ຈົບໄດ້ 7 ຮຸ່ນ, ດ້ານແກ້ໄຂຊີວິດການເປັນຢູ່ ໄດ້ນໍາຄູ-ອາຈານ ແລະ ນັກຮຽນປູກຝັງ, ລ້ຽງສັດ ເພື່ອຕອບສະໜອງສະບຽງອາຫານ ເຂົ້າເຮືອນຄົວລວມໃຫ້ມີຄວາມຮັບປະກັນ.

ໂອກາດນີ້, ພັທ ທະວີພອນ ຮັກໜໍ່ລາດ ໄດ້ກ່າວຮັບໜ້າທີ່ພ້ອມທັງຢືນຢັນຈະສືບຕໍ່ຊີ້ນໍາ-ນໍາພາຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕະຫຼອດຮອດພະນັກງານຄູ-ອາຈານ ພ້ອມກັນປະຕິບັດໜ້າທີ່ວິຊາສະເພາະ ກໍຄືພັດທະນາການຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່.