ວັນທີ 30 ກໍລະກົດ 2020, ໂຮງຮຽນ ປກສ ຊັ້ນສູງເລກ I ແຂວງອຸດົມໄຊ ໄດ້ປິດຊຸດຮຽນ ລະບົບກໍ່ສ້າງຊັ້ນກາງ 2 ປີ ຮຸ່ນທີ I, ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຄະນະພັກ-ຄະນະກົມ, ກອງບັນຊາການແຂວງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ, ແຂວງຜົ້ງສາລີ, ແຂກຖືກເຊີນ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ໄມ່ແດງ ທຳປັນຍາ ຮອງຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສູງເລກ I ແຂວງອຸດົມໄຊ ໄດ້ຜ່ານບົດສະຫຼຸບຊຸດຮຽນລະບົບກໍ່ສ້າງຊັ້ນກາງ 2 ປີ ຮຸ່ນທີ I ມີ ນັກສຶກສາ 167 ສະຫາຍ ຍິງ 22 ສະຫາຍ, ເຊິ່ງແມ່ນບັນດານາຍ ແລະ ພົນຕຳຫຼວດທີ່ມາຈາກກອງບັນຊາການ ປກສ 4 ແຂວງພາກເໜືອ ແລະ ອ້ອມຂ້າງກະຊວງ, ເລີ່ມຮຽນແຕ່ວັນທີ 6 ກໍລະກົດ 2018 ເຖິງວັນທີ 10 ມິຖຸນາ 2020; ປະກອບມີວິຊາການເມືອງ, ວິຊາກົດໝາຍ ແລະ ວິຊາສະເພາະລົງເລິກຂະແໜງການ ຜ່ານການຄົ້ນຄວ້າຮ່ຳຮຽນຝຶກຝົນຫໍ່ຫຼອມຂອງນັກສຶກສາສາມາດສະຫຼຸບສັງລວມຄະແນນສະເລ່ຍຜົນການສອບເສັງຈົບຊັ້ນ 3 ວິຊາຄະແນນ 9 ມີ 18 ສະຫາຍ ຍິງ 6 ສະຫາຍ, ກວມ 10,78%, ຄະແນນ 8,66 ມີ 112 ສະຫາຍ ຍິງ 14 ສະຫາຍ ກວມ 67,07%, ຄະແນນ 7,66 ມີ 36 ສະຫາຍ ຍິງ 2 ສະຫາຍ ກວມ 21,56%, ຄະແນນ 6,66 ມີ 1 ສະຫາຍ ກວມເອົາ 0,6%, ການສອບເສັງຈົບຊັ້ນແມ່ນຮັບປະກັນຄຸນນະພາບ 100% ຕາມ 5 ຫຼັກມູນການສຶກສາທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ເນັ້ນໃຫ້ນາຍຕຳຫຼວດທີ່ສຳເລັດການສຶກສາໃຫ້ເພີ່ມທະວີ ເປັນເຈົ້າການກຳແໜ້ນບົດຮຽນ ແລະ ພຶດຕິກຳຕົວຈິງທີ່ໄດ້ຮໍ່າຮຽນມາ ແລະ ນຳໄປຈັດຕັ້ງຜັນຂະຫຍາຍລົງເລິກສູ່ກົມກອງ ແນ່ໃສ່ສະກັດກັ້ນທຸກບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໃນຂອບເຂດຄວມຮັບຜິດຊອບຂອງຕົນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.