ທິດທາງແຜນການ 6 ເດືອນທ້າຍປີ 2020 ນີ້, ຄະນະສະຫະພັນແມ່ຍິງກົມໃຫຍ່ການເມືອງ ກະຊວງ ປກສ ຈະສືບຕໍ່ປຸກລະດົມສະມາຊິກແມ່ຍິງປະຕິບັດວຽກງານວິຊາສະເພາະດ້ວຍຄວາມຫ້າວຫັນ ໂດຍຕິດພັນກັບການຈັດຕັ້ງຂໍ້ແຂ່ງຂັນ 3 ດີ ເພື່ອສ້າງໃຫ້ໄດ້ບຸກຄົນ 3 ດີ ແລະ ບຸກຄົນຕົວແບບໃຫ້ຫຼາຍຂຶ້ນກວ່າເກົ່າ.

ພັທ ນາງ ຄໍາຫວັນ ຈັນທະວົງ ຮອງປະທານສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ປກສ ກ່າວ ໃນກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງແມ່ຍິງກົມໃຫຍ່ການເມືອງ ປກສ ທີ່ຈັດຂຶ້ນໃນວັນທີ 4 ສິງຫາ 2020 ໂດຍການເປັນປະທານຂອງ ພັອ ນາງ ຈັນເດືອນ ເທພະວົງ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ ປະທານສະຫະພັນແມ່ຍິງ ກົມໃຫຍ່ການເມືອງ, ມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະສະຫະພັນແມ່ຍິງ, ໜ່ວຍແມ່ຍິງອ້ອມຂ້າງຕະຫຼອດຮອດສະມາຊິກແມ່ຍິງກົມໃຫຍ່ການເມືອງ ເຂົ້າຮ່ວມ: ໃນຕໍ່ໜ້າແມ່ນຈະສືບຕໍ່ປຸກລະດົມໃຫ້ສະມາຊິກສະຫະພັນແມ່ຍິງທຸກຄົນຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນເຂົ້າໃນໜ້າທີ່ວຽກງານວິຊາສະເພາະໃຫ້ມີຜົນສໍາເລັດ ແລະ ປະສິດທິຜົນສູງ; ຕັ້ງໜ້ານໍາພາຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ, ຄອບຄົວດີຂອງແມ່ຍິງ ລາວຕິດພັນກັບການປະຕິບັດຂໍ້ແຂ່ງຂັນລວມຂອງແມ່ຍິງກະຊວງ ແລະ ຂອງກົມກອງວາງອອກ, ນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ເປັນເນື້ອໃນເຂົ້າໃນການສໍາຫຼວດກວດກາ, ຕີລາຄາແບ່ງປະເພດບຸກຄົນໃນແຕ່ລະເດືອນ, ເເຕ່ລະໄລຍະ, ສ້າງບຸກຄົນ 3 ດີ, ຄອບຄົວດີ ແລະ ໜ່ວຍ 3 ດີ ໃຫ້ເພີ່ມຂຶ້ນທັງຮັບປະກັນທາງດ້ານຄຸນະພາບ ແລະ ປະລິມານ.

ໃນໄລຍະ 6 ເດືອນຜ່ານມາ ຄະນະສະຫະພັນແມ່ຍິງກົມໃຫຍ່ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ປຸກລະດົມເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມເຊື່ອມຊຶມແຮງທາງນະໂຍບາຍຂອງພັກ,ກົດໝາຍຂອງລັດ, ມະຕິຄໍາສັ່ງຕ່າງໆ ເພື່ອເຮັດໃຫ້ສະມາຊິກແມ່ຍິງຮັບຮູ້-ເຂົ້າໃຈ ແລະ ເປັນເຈົ້າການໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຮອບດ້ານ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເຊິ່ງໃນໄລຍະຜ່ານມາ, ສາມາດເຮັດສໍາເລັດຫຼາຍດ້ານສະແດງອອກວຽກງານຫ້ອງການບໍລິຫານ ແລະ ວຽກງານການເມືອງ ເບີກຈ່າຍອຸປະກອນເຄື່ອງໃຊ້ຕ່າງໆໄດ້ 1.470 ເທື່ອຄົນ, ເບີກຈ່າຍເງິນເດືອນ, ເງິນອຸດໜຸນບໍານານ ແລະ ເງິນຮ່ວງຕ່າງໆຢ່າງເປັນປົກກະຕິ, ວຽກງານໂຄສະນາ, ສື່ມວນຊົນ ແລະ ກິລາສາມາດພິມ ແລະ ຈໍາໜ່າຍວາລະສານ ປກສ 7.500 ສະບັບ; ໜັງສືພິມ 30.000 ສະບັບ, ຂຽນຂ່າວໄດ້ 2.052 ສະບັບ, ອ່ານຂ່າວ-ອ່ານບົດໄດ້ 3.544 ຂ່າວ, ກວດລາຍການຕ່າງໆ ໄດ້ 4.225 ບົດ, ຜະລິດລາຍການອອກອາກາດສົດ, ຕັດຕໍ່ພາບ, ຕັດຕໍ່ສຽງ, ຕັດຕໍ່ລາຍການວິທະຍຸ-ໂທລະພາບ, ບັນທຶກພາບ ແລະ ຖ່າຍທໍາລາຍການ ໄດ້ 1.472 ຄັ້ງ, ຈັດລາຍການໂທລະພາບ ແລະ ຈັດໜ້າໜັງສືພິມໄດ້ 100 ຄັ້ງມີ 230 ເທື່ອຄົນພິເສດແມ່ນໄດ້ເຄື່ອນໄຫວເກັບກໍາຂ່າວພາກສະໜາມສໍາ ພາດກ່ຽວກັບພະຍາດໂຄວິດ 19 ໄດ້ 116 ຄັ້ງ ແລະ ວຽກງານອື່ນໆມີຜົນສໍາເລັດ.

ຈາກຜົນງານດັ່ງກ່າວ ເຮັດໃຫ້ສະມາຊິກແມ່ຍິງໄດ້ຮັບການຍ້ອງຍໍຂັ້ນກະຊວງ 7 ສະຫາຍ; ຂັ້ນກົມໃຫຍ່ການເມືອງ 42 ສະຫາຍ ໃນ 6 ເດືອນຜ່ານມາມີພົນລະເມືອງດີ: 536 ຄົນ ເທົ່າກັບ 99% ພັດທະນາດີ: 527 ຄົນ ເທົ່າກັບ 97% ຄອບຄົວດີ: 530 ຄົນເທົ່າກັບ 98% ບຸກຄົນ 3 ດີ ປະເພດ I ມີ 509 ຄົນ ເທົ່າກັບ 94% ບຸກຄົນ 3 ດີ ປະເພດ II ມີ 29 ຄົນ ເທົ່າກັບ 5.4% ບຸກຄົນ 3 ດີ ປະເພດ III ມີ 91 ຄົນ, ເທົ່າກັບ 0,2% ບຸກຄົນ 3 ດີ ປະເພດ IV ມີ 2 ຄົນ ເທົ່າກັບ 0,4% ຕົວແບບດ້ານຕ່າງໆ ມີ 5 ຄົນ, ໃນນັ້ນຕົວແບບວິຊາສະເພາະ ມີ 2 ຄົນ,ຕົວແບບເສດຖະກິດມີ 3 ຄົນ ໜ່ວຍສະຫະພັນແມ່ຍິງ 3 ດີ ປະເພດ I : ມີ 15 ໜ່ວຍ ເທົ່າກັບ 98%, ສາມາດຕີລາຄາສະຫະພັນແມ່ຍິງກົມໃຫຍ່ການເມືອງເປັນສະຫະພັນແມ່ຍິງ 3 ດີ ປະເພດ I.