ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ທີ່ໃກ້ຈະມາເຖິງ, ອົງຄະນະພັກກົມໃຫຍ່ການເມືອງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ສ້າງຂະບວນການຕ່າງໆຢ່າງເປັນຂະບວນການ ຟົດຟື້ນ.

ສະຫາຍ ພົຈວ ຄໍາສາຍ ຈັນທະວົງ ຄະນະພັກກະຊວງ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າ ກົມໃຫຍ່ການເມືອງ ປກສ, ຮອງຫົວໜ້າອະນຸກໍາມະການຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ໃຫ້ສໍາພາດໃນວັນທີ 5 ສິງຫາ 2020 ວ່າ: ໃນໄລຍະຜ່ານມາອົງຄະນະພັກກົມໃຫຍ່ການເມືອງ ປກສ ໄດ້ນໍາພາຄະນະພັກ-ຄະນະບັນຊາ ແລະ ຖັນແຖວສາມາຊິກພັກ, ພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດໃນແຕ່ໄລຍະຢ່າງ ເລິກເຊິ່ງ, ໄດ້ນໍາພາປະຕິບັດໜ້າທີ່ການເມືອງໃນການປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ຕາມທິດປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທັນສະໄໝ ດ້ວຍການຕັ້ງໜ້າຊີ້ນໍາການປັບປຸງກໍ່ສ້າງພັກ,ໄດ້ເອົາໃຈໃສ່ນໍາພາປັບປຸງກົງຈັກການຈັດຕັ້ງນັບທັງບັນດາກົມກອງອ້ອມຂ້າງກະຊວງ, ໄດ້ນໍາພາປັບປຸງລະບົບໂຮງຮຽນ, ໂຄງການຫຼັກສູດທີ່ມີຢູ່ແລ້ວທັງປັບປຸງຄືນໃໝ່ລະບົບຫຼັກສູດ ຊັ້ນຕົ້ນຂອງກໍາລັງປ້ອງກັນຄວາມສະຫງົບ ພ້ອມທັງໄດ້ເພີ່ມທະວີຕໍ່ການນໍາພາອົງການຈັດຕັ້ງມະຫາຊົນໃຫ້ມີຄວາມໜັກແໜ້ນ ແລະ ໄດ້ເອົາໃຈໃສ່ນໍາພາການປະຕິບັດນະໂຍບາຍຕ່າງໆ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ນາຍ ແລະ ພົນຕໍາຫຼວດຢ່າງເປັນປົກກະຕິ.

ຄຽງຄູ່ກັນນີ້, ຍັງໄດ້ນໍາພາສ້າງຂະບວນການປູກຕົ້ນໄມ້ ຢູ່ໂຮງຮຽນວັດທະນະທໍາຫຼັກ 67, ສ້າງຂະບວນການປ່ອຍປາ ແລະ ອອກແຮງງານລວມຢູ່ສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ (ສະໜາມມ້າ). ຈັດຕັ້ງປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 111 ປີ, ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 65 ປີ ແລະ ປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີຂອງແມ່ຍິງ ແລະ 2 ດີ 5 ເປັນເຈົ້າຂອງກໍາມະບານ; ສ້າງຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ແລະ ແຂ່ງຂັນມິດຕະພາບກັບບັນດາກະຊວງ, ສໍານັກງານ, ອົງການຕາມໂອກາດ ແລະ ເງື່ອນໄຂເປັນຕົ້ນ: ກິລາບານເຕະ, ເປຕັງ, ກະຕໍ້, ກິລາບານສົ່ງ, ກ໊ອບ ແລະ ກິລາຍິງປືນ.