ປກສ ເມືອງປາກລາຍ ສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ໃນ ທ້າຍເດືອນ ກໍລະກົດຜ່ານມາ
ປກສ ເມືອງປາກລາຍ ສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ໃນ ທ້າຍເດືອນ ກໍລະກົດຜ່ານມາ

ທ້າຍເດືອນ ກໍລະກົດຜ່ານມາ, ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020; ໂດຍການເປັນປະທານຂອງ ພັທ ສຸລະວົງ ສີລິມະໂນທຳ ຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ, ເຂົ້າຮ່ວມມີ ທ່ານ ສົມຈິດ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັຕ ພູໄຊ ເມກຕະກຸນ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ຂຶ້ນຜ່ານບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບຮອບ ດ້ານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2020; ໂດຍຍົກໃຫ້ເຫັນ ດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ-ນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ; ເຊິ່ງຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາສະມາຊິກພັກ, ນາຍ ແລະ ພົນຕຳຫຼວດເປັນປົກກະຕິຕໍ່ເນື່ອງ, ຫັນເອົາຄຳສັ່ງ ແລະ ນິຕິກຳຕ່າງໆຂອງຂັ້ນເທິງມາຈັດຕັ້ງຜັນຂະຫຍາຍຢ່າງທົ່ວເຖິງ, ເອົາໃຈໃສ່ກຳແໜ້ນສະພາບຮອບດ້ານ, ເຫດການຕ່າງໆທີ່ເກີດຂຶ້ນໄດ້ຮັບການແກ້ໄຂທ່ວງທັນກັບສະພາບການ.

6 ເດືອນຜ່ານມາ, ເມືອງປາກລາຍ ມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 28 ເລື່ອງ ທຽບ ໃສ່ 6 ເດືອນທ້າຍປີ 2019 ຫຼຸດລົງ 2 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 34 ຄົນ ຍິງ 6 ຄົນ; ເຊິ່ງສ້າງຜົນເສຍຫາຍໃຫ້ແກ່ສັງຄົມເປັນເງິນ ຈຳ ນວນ 444.000.000 ກີບ, ເງິນບາດ ຈຳນວນ 325.000 ບາດ, ຖຽງນາ 1 ຫຼັງ, ລົດໃຫຍ່ 1 ຄັນ, ລົດຈັກ 5 ຄັນ, ລົດມອກ 1 ຄັນ, ເຮືອຈັກ 1 ລຳ, ຕໍ່ກັບຜົນເສຍເຫຍທີ່ເກີດຂຶ້ນເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້ມີເງິນບາດ ຈໍານວນ 16. 000 ບາດ, ເຮືອຈັກ 1 ລຳ, ລົດຈັກ ຈຳນວນ 4 ຄັນ; ສະພາບອາຊະຍາກຳຢາ ເສບຕິດແກ້ໄຂໄດ້ 100 ລາຍ, ກັກຕົວ ຜູ້ຖືກຫາມາດຳເນີນຄະດີ ໄດ້ທັງໝົດ 109 ຄົນ ຍິງ 7 ຄົນ; ຢຶດຂອງກາງຢາບ້າ ຈຳນວນ 13.854 ເມັດ, ໂທລະສັບ 7 ເຄື່ອງ,ລົດໃຫຍ່ 2 ຄັນ, ລົດຈັກ 2 ຄັນ, ປືນເບີ 1 ກະບອກ, ປືນບິກດັດແປງ 1 ກະບອກ, ປືນແກັບ 2 ກະບອກ, ເງິນ ກີບຈຳນວນ 2.300.000 ກບ; ເງິນບາດ ຈຳນວນ 95.000 ບາດ; ສະພາບອຸບັດຕິເຫດເກີດຂຶ້ນ 31 ຄັ້ງ ພາຫານະເປ່ເພ ທັງໝົດ 69 ຄັນ, ເປ່ເພເລັກໜ້ອຍ 30 ຄັນ, ເປ່ເພສົມຄວນ 38 ຄັນ, ໃຊ້ການ ບໍ່ໄດ້ 1 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 63 ຄົນ; ເຈັບເລັກໜ້ອຍ 18 ຄົນ, ເຈັບສົມຄວນ 32 ຄົນ ເຈັບສາຫັດ 13 ຄົນ, ຄົນເສຍຊີວິດ 7 ຄົນ.

ນອກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຜ່ານ 17 ຂໍ້ຫ້າມຂອງກຳລັງປ້ອງກັນຄວາມສະຫງົບ, ຄຳແນະນຳຂອງທ່ານເຈົ້າແຂວງ ສະບັບເລກທີ 1989/ປຊຍ; ຂໍ້ຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍປະກາດການບົ່ງຕົວແຕ່ງຕັ້ງເລຂາ ໜ່ວຍພັກ, ຄະນະພັກ, ປະທານກວດກາ ແລະ ຮອງປະທານກວດກາ ແລະ ຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາການ ປກສ ແຂວງ ວ່າດ້ວຍການສັບຊ້ອນນາຍ ແລະ ພົນຕຳຫຼວດໃສ່ບາງຕຳແໜ່ງງານທີ່ຂຶ້ນກັບກອງບັນຊາການ ປກສ ເມືອງປາກລາຍ; ພ້ອມທັງປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຈາກບັນດາຫົວໜ້າພະແນກ, ຫົວໜ້າ ປກສ ບໍລິການປະ ຊາຊົນ ເພື່ອເປັນເອກະພາບກັນໃນການຈັດຕັ້ງປະຕິບັດທິດທາງແຜນການ 6 ເດືອນທ້າຍປີ 2020 ໃຫ້ເກີດເປັນຮູບ ປະທຳຕົວຈິງ.

ປກສ ເມືອງປາກລາຍ ສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ໃນ ທ້າຍເດືອນ ກໍລະກົດຜ່ານມາ
ປກສ ເມືອງປາກລາຍ ສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ໃນ ທ້າຍເດືອນ ກໍລະກົດຜ່ານມາ