ກົມໃຫຍ່ຕໍາຫຼວດກະຊວງ ປກສ ຈັດກອງປະຊຸມວິທະຍາສາດ ເພື່ອປຶກສາຫາລືປະກອບຄໍາເຫັນໃສ່ແຜນຍຸດທະສາດຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2020-2025 ວິໄສທັດ ຮອດ ປີ 2030 ໃນວັນທີ 6 ສິງຫາ ຜ່ານມາໂດຍການເຂົ້າຮ່ວມຂອງ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຫົວໜ້າ-ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ, ກົມກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ໃນພິທີ, ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດກະຊວງ ປກສ ໄດ້ຂຶ້ນລາຍງານການເຄື່ອນໄຫວສ້າງແຜນຍຸດທະສາດການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2020-2025 ວິໄສທັດຮອດ ປີ 2030 ວ່າ: ປັດຈຸບັນ ສປປ ລາວ ພວມປະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ມີທ່າອ່ຽງແຜ່ລະບາດເພີ່ມຂຶ້ນໃນແຕ່ລະປີ ແລະ ກາຍເປັນຕົ້ນເຫດຂອງປະກົດການຫຍໍ້ທໍ້ດ້ານຕ່າງໆໃນສັງຄົມ, ເປັນບໍ່ເກີດແຫ່ງການກໍ່ອາສະຍາກຳ ແລະ ເປັນອຸປະສັກກົດໜ່ວງທ່ວງດຶງການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ; ຕໍ່ກັບບັນຫາດັ່ງກ່າວ ກະຊວງ ປກສ ຈຶ່ງສ້າງແຜນຍຸດທະສາດດັ່ງກ່າວຂຶ້ນເພື່ອປົກປັກຮັກສາຄວາມໝັ້ນຄົງຂອງຊາດ, ສະຖຽນລະພາບທາງດ້ານ ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພ ແລະ ເຮັດໃຫ້ສັງຄົມລາວປອດຢາເສບຕິດ.

ເຊິ່ງເນື້ອໃນແຜນຍຸດທະສາດ ສະບັບນີ້ປະກອບມີ 7 ຫົວຂໍ້ໃຫຍ່ຄື: ສະພາບບັນຫາຢາເສບຕິດ, ທັດສະນະຊີ້ນຳໃນການຄວບຄຸມ-ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂອງ ສປປ ລາວ, ຄາດໝາຍສູ້ຊົນ, ເນື້ອໃນແຜນງານ ແລະ ກິດຈະ ກຳການຄວບຄຸມ-ການສະກັດກັ້ນ ແລະ ຕ້ານຢາເສບຕິດແຕ່ນີ້ຮອດ ປີ 2030, ການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ, ງົບປະມານ ແລະ ມາດຕະການຈັດຕັ້ງປະຕິບັດ.

ໂອກາດດຽວກັນ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ກໍໄດ້ເນັ້ນໃຫ້ບັນດາພາກສ່ວນກ່ຽວຂ້ອງ, ບັນດາກົມໃຫຍ່, ຫ້ອງວ່າການ, ກົມກອງອ້ອມຂ້າງກະຊວງ ຈົ່ງພ້ອມກັນສຸມທຸກສະຕິປັນຍາເຂົ້າໃນການປະກອບຄໍາຄິດເຫັນໃສ່ຮ່າງແຜນຍຸດທະສາດດັ່ງກ່າວຢ່າງກົງໄປກົງມາ ແລະ ມີວິທະຍາສາດ ເພາະຮ່າງແຜນຍຸດທະສາດສະບັບນີ້ແມ່ນມີຄວາມສຳຄັນຫຼາຍຕໍ່ກັບປະເທດເຮົາໃນການຄວບຄຸມ-ສະກັດກັ້ນ ແລະ ຕ້ານຢາເສບຕິດໃນລາວ ພາຍຫຼັງບັນດາສະຫາຍປະກອບຄຳຄິດເຫັນໃສ່ຮ່າງແຜນຍຸດທະສາດດັ່ງກ່າວແລ້ວຄະນະຮັບຜິດຊອບຈະປັບປຸງແຜນຍຸດທະ ສາດຄືນໃໝ່ ເພື່ອສະເໜີຕໍ່ລັດຖະບານອະນຸມັດໃນການຈັດຕັ້ງປະຕິບັດ.