ອໍານາດການປົກຄອງບ້ານສົມປານໃຕ້ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັບຕົວ ແລະ ນໍາສົ່ງຜູ້ຖືກຫາຊື່ ທ້າວ ມືເປາະ ອາຍຸ 33 ປີ, ບ້ານສຸກສາລາ ແລະ ນາງ ມີຕຸ ອາຍຸ 37 ປີ ບ້ານສົມປານໃຕ້( ທໍາມິດສະຈານ ) ມີຄວາມສໍາພັນເຊີງຊູ້-ສາວ ພ້ອມທັງຄອບຄອງຢາບ້າ 5.000 ກວ່າເມັດ ສົ່ງເຈົ້າໜ້າທີ່ ປກສ ກຸ່ມຊຽງກົກ ເມືອງລອງ ດໍາເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງລອງ ໃຫ້ຮູ້ວ່າ: ໃນວັນທີ 29 ມິຖຸນາ 2020 ໄດ້ຮັບຕົວຜູ້ຖືກຫາຈາກ ປກສ ກຸ່ມຊຽງກົກ ແລະ ທໍາການສອບສວນ ຈຶ່ງຮູ້ວ່າ: ຜູ້ຖືກຫາ 2 ຄົນ ບ້ານໃກ້ຄຽງ ໄດ້ຮູ້ຈັກກັນມາກ່ອນໃນລັກສະນະຊູ້-ສາວ ແລະ ໃນວັນທີ 28 ມິຖຸນາ 2020 ນາງ ມີຕຸ ໄດ້ໂທລະ
ສັບຫາ ທ້າວ ມືເປາະ ໃຫ້ເອົາເຂົ້າໄປສົ່ງຢູ່ຖຽງໄຮ່ ເຂດບ້ານສົມປານໃຕ້ ແລະ ທ້າວ ມືເປາະ ໄດ້ເວົ້າວ່າ: ຂ້ອຍມີຢາບ້າຈະເອົາໄປຂາຍບໍ່? ແຕ່ ນາງ ມີຕຸ ຕອບວ່າ: ຢາກໄດ້ແຕ່ບໍ່ມີເງິນ; ເອົາໄປຂາຍກ່ອນແລ້ວຈ່າຍຕາມຫຼັງ. ຮອດເວລາ 20:00 ໂມງ ທ້າວ ມືເປາະ ໄດ້ໄປຮອດຖຽງໄຮ່ ພ້ອມເຂົ້າ ແລ້ວເອົາຢາບ້າ 26 ຖົງ ມີ 5.155 ເມັດ; ເມື່ອໄດ້ຢາບ້າແລ້ວ ກໍພາກັນກິນເຂົ້າ ແລະ ມີເພດສໍາພັນຮ່ວມນຳກັນ (ຫຼິ້ນຊູ້).

ຕອນເຊົ້າຂອງມື້ຕໍ່ມາ, ທ້າວ ອາໂຕ ເຊິ່ງເປັນຜົວຂອງ ນາງ ມີຕຸ ໄດ້ມາພົບເຫັນແລ້ວຖາມ ທ້າວ ມືເປາະ ວ່າມາເຮັດຫຍັງຢູ່ນີ້; ແຕ່ທ້າວ ມືເປາະ ໄດ້ຕອບວ່າ: ບໍ່ໄດ້ເຮັດຫຍັງພ້ອມຈັບປືນແກັບນາບຂູ່ ທ້າວ ອາໂຕ ເຮັດໃຫ້ຜູ້ກ່ຽວຢ້ານກົວແລ້ວແລ່ນໜີໄປແຈ້ງເຈົ້າໜ້າທີ່ ປກສ ບ້ານ. ສ່ວນທ້າວ ມືເປາະ ຫວັງເອົາຕົວຫຼົບໜີແຕ່ຖືກອໍານາດປົກຄອງບ້ານຄຸມຕົວໄວ້ພ້ອມກັບ ນາງ ມີຕຸ ແລະ ຢາບ້າຈໍານວນດັ່ງກ່າວ.

ທ້າວ ມືເປາະ ສາລະພາບວ່າ: ຢາເສບຕິດປະເພດຢາບ້າທີ່ກວດພົບເຫັນຢູ່ຖຽງໄຮ່ແມ່ນຂອງຕົນເອງແທ້ ແລະ ໄດ້ຮູ້ຈັກກັບ ນາງ ມີຕຸ ເປັນເວລາ 3 ເດືອນ, ມີການຕິດຕໍ່ພົວພັນແບບຊູ້-ສາວ ແລະ ຊື້-ຂາຍຢາເສບຕິດນຳກັນມາແລ້ວ 2 ຄັ້ງ ຄື: ຄັ້ງທີ 1 ແມ່ນໃນໄລຍະເດືອນເມສາ ປີ 2020 ໄດ້ເອົາຢາບ້າມາສົ່ງໃຫ້ນາງ ມີຕຸ ຈໍານວນ 200 ເມັດ ແລະ ຄັ້ງທີ 2 ຈໍານວນ 100 ເມັດ ແລະ ຄັ້ງນີ້ເປັນຄັ້ງ ທີ3 ຈຶ່ງຖືກຈັບດໍາເນີນຄະດີ.