ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດທີ່ມີຜົນງານ ແລະ ມາດຖານເງື່ອນໄຂຄົບຖ້ວນ ໃນວັນທີ 5 ສິງຫາ 2020 ເຂົ້າຮ່ວມໂດຍ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງ ຫົວໜ້າກົມໃຫຍ່ຕຳຫຼວດ ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.


ພັທ ນ ດຳດວນ ວົງປັນຍາ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ຕຳຫຼວດໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ແລະ ຂໍ້ຕົກລົງຂອງກົມໃຫຍ່ຕຳຫຼວດ ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດໃນນັ້ນ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ມີ 20 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຊັ້ນ ຮ້ອຍຕີ 7 ສະຫາຍ, ເລື່ອນ ຊັ້ນ ສິບເອກ ຂຶ້ນຊັ້ນ ຮ້ອຍຕີ ມີ 67 ສະຫາຍ, ເລື່ອນຊັ້ນ ສິບໂທ ຂຶ້ນຊັ້ນ ສິບເອກ ມີ 2 ສະຫາຍ ແລະ ເລື່ອນຊັ້ນ ສິບຕີ ຂຶ້ນສິບໂທ 1 ສະຫາຍ.


ພົຈວ ປອ ທອງສະຫວັນ ວົງສະຫວັດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ພ້ອມທັງເນັ້ນໃຫ້ພະນັກງານ-ນັກຮົບແຕ່ລະສະຫາຍເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຍົກສູງ ຄວາມຮູ້-ຄວາມສາມາດ, ໃນການຈັດຕັ້ງນຳພາທີ່ເຂັ້ມແຂງ, ມີແບບແຜນວິທີການເຮັດວຽກ, ສາມາດແກ້ໄຂບັນຫາສະເພາະໜ້າ ແລະ ຍາວນານ, ເດັດດ່ຽວ ແລະ ມີປະສິດທິພາບພ້ອມກັນເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້.