ດ້ວຍລິດຂອງສຸລາ ແລະ ພຶດຕິກຳເສບຢາເສບຕິດພາໃຫ້ມີປາກສຽງກັບຄອບຄົວເຮັດໃຫ້ນຳພາໄປສູ່ການຄາດຕະກຳເມຍ ແລະ ລູກຢ່າງປ່າເຖື່ອນກ່ອນປິດຊີວິດຕົວເອງດ້ວຍການອົມປາຍປືນແກັບປິດຊີວິດຕາມໄປ ໃນວັນທີ 4 ສິງ ຫານີ້ທີ່ບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ.

ເຫດການດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງຫົງສາ ໄດ້ຮັບແຈ້ງຄວາມຈາກ ນາງ ຕາດໍາ ວ່າພາຍຫຼັງ ທ້າວ ສົນ ຜູ້ເປັນນ້ອງຊາຍກັບເມຍ ແລະ ລູກນ້ອຍກັບມາຈາກການສ້າງສັນຢູ່ເຮືອນໝູ່ພາຍໃນບ້ານຮອດເວລາປະມານ 15:00 ໂມງທັງສອງໄດ້ຜິດຖຽງກັນ; ທ້າວ ສົນ ໄດ້ຂັງເມຍ ແລະ ລູກນ້ອຍໄວ້ໃນເຮືອນຈາກນັ້ນໄດ້ຍີນສຽງປືນແກັບດັງຂຶ້ນ 2 ນັດ ເມື່ອເຈົ້າໜ້າທີ່ໄດ້ເຂົ້າກວດພິສູດຫຼັກຖານກໍພົບວ່າເຮືອນຖືກປິດທຸກທາງເຂົ້າຈຶ່ງໄດ້ງັດປະຕູເຮືອນເຂົ້າໄປພົບເຫັນ ທ້າວ ສົນ ອາຍຸ 36 ປີ, ນາງ ບິນ ອາຍຸ 28 ແລະ ລູກສາວ ອາຍຸ 1 ປີ 8 ເດືອນ ນອນເສຍຊີວິດຈົມ ກອງເລືອດຢູ່ໃນເຮືອນ; ນອກນັ້ນ, ກໍພົບປືນແກັບໜຶ່ງກະບອກ ແລະ ມີດ 1 ດວງ.


ຜ່ານການຊັນນະສູດຊາກສົບ ທ້າວ ສົນ ທີ່ນອນກອດປືນແກັບ, ປາກອົມປາຍປືນ, ມີຮອຍຖືກຍິງເຂົ້າໃນຜົ້ງປາກ 1 ຮອຍ, ເມຍນອນຄວ້ຳໜ້າມີຮອຍຖືກມີດແທງຄໍຫອຍ 1 ແຜ, ມີຮອຍຟັນເຂົ້າກ້ານຄໍເບື້ອງຂວາ 1 ແຜ, ກົກຫູດ້ານຊ້າຍ 1 ແຜ, ບ່າໄຫຼ່ເບື້ອງຂວາ 1 ແຜ, ແຂນ ຊ້າຍ 3 ແຜ ແລະ ກົກຂາຊ້າຍ 1 ແຜ. ສ່ວນ ນາງ ບີ ລູກສາວ ມີຮອຍຖືກມີດຟັນເຂົ້າຂະມັບຫູເບື້ອງຂວາ 1 ແຜ, ໃບໜ້າເບື້ອງຊ້າຍ 1 ແຜ ແລະ ທ້ອງ 1 ແຜ.ຈາກການສັນນິຖານເບື້ອງຕົ້ນຂອງເຈົ້າໜ້າທີ່ຄາດວ່າ: ທ້າວ ສົນ ໄດ້ໃຊ້ມີດແຫຼມແທງ ເມຍ ແລະ ລູກ ເຮັດໃຫ້ທັງສອງເສຍຊີວິດ, ຈາກນັ້ນ ທ້າວ ສົນ ໄດ້ໃຊ້ປືນແກັບທີ່ຜູ້ກ່ຽວດັດແປງຂຶ້ນມາເອງດ້ວຍການອົມປາຍປືນແລ້ວເກາະໄກ.ນອກນີ້ ຈາກການກວດກາປະຫວັດທ້າວ ສົນ ພົບວ່າ: ປີ 2003 ທ້າວ ສົນ ພະຍາຍາມຄາດຕະກໍາ ປະຊາຊົນພາຍໃນບ້ານ 1 ຄັ້ງ ດ້ວຍວິທີໃຊ້ປືນແກັບຍິງຖືກແຄມປາກ ໄດ້ຮັບບາດເຈັບສາຫັດ ແລະ ຖືກສານປະຊາຊົນຕັດສິນຈໍາຄຸກ 7 ປີ ແລະ ຜ່ານມາຍັງເຄີຍຖືກເຈົ້າໜ້າທີ່ ປກສ ເມືອງຫົງສາ ນໍາຕົວເຂົ້າໄວ້ສຶກສາອົບຮົມ 1 ຄັ້ງ ຂໍ້ຫາມົ້ວສຸມຢາເສບຕິດ.