ກອງບັນຊາການ ປກສ ແຂວງ ຄຳມ່ວນ ໄດ້ຈັດພິທີປະກາດແຕ່ງຕັ້ງ-ສັບຊ້ອນພະນັກງານ-ນັກຮົບ ທີ່ຂຶ້ນກັບພະແນກກວດຄົນເຂົ້າ-ອອກເມືອງ ໃນວັນທີ 5 ສິງຫາ 2020, ເຂົ້າຮ່ວມມີ ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະກອງບັນຊາການ, ຄະນະຫ້ອງ, ພະແນກ, ພະນັກງານ-ນັກຮົບ ຖືກແຕ່ງ ຕັ້ງສັບຊ້ອນ ເຂົ້າຮ່ວມ.

ພັທ ພູມີ ລັດຕະນະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງຄຳມ່ວນ ຜ່ານຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ວ່າດ້ວຍການອະນຸມັດແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄຳມ່ວນ, ສະບັບເລກທີ 2466/ກມປສ, ວັນທີ 15 ກໍລະກົດ 2020, ດັ່ງນັ້ນ, ກອງບັນຊາການ ປກສ ແຂວງ ຄຳມ່ວນ ຈຶ່ງອອກຂໍຕົກລົງແຕ່ງຕັ້ງ ພັຕ ຂັນທະໜອມ ສີຫາລາດ, ພັຕ ບຸນເໜືອຍ ລັດຕະນະວົງ, ພັຕ ວົງຄຳ ພົມມະຈັນ ແລະ ພັຕ ນາງ ເກດເກ ສິນຈັນທະວົງ ເປັນຮອງຫົວໜ້າດ່ານສາກົນຂົວມິດຕະພາບ 3, ແລະ ໄດ້ແຕ່ງຕັ້ງ ພັທ ສຸວັນໄຊ ຊຸມພົນພັກດີ, ພັຕ ສົມບັດ ພັນຍາລິນ, ພັຕ ສີນວນ ສີສະວົງ ແລະ ຮອຫຼຽນ ໄຊວົງອຳນາດ ເປັນຮອງຫົວໜ້າດ່ານສາກົນນາເພົ້າ, ສ່ວນຫົວໜ້າທີ່ມີຢູ່ແລ້ວໃຫ້ຮັກສາໄວ້ຄືເກົ່າ.

ໃນພິທີ, ພັອ ຄຳພອນ ສີກຸມພົນ ໄດ້ກ່າວວ່າ: ການປະການແຕ່ງຕັ້ງ-ສັບຊ້ອນພະນັກງານ-ນັກຮົບ ພະແນກກວດຄົນເຂົ້າ-ອອກເມືອງ ກອງບັນຊາການ ປກສ ແຂວງຄໍາມ່ວນ ຄັ້ງນີ້, ເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງດ່ານສາກົນຢູ່ແຕ່ລະຂັ້ນໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ທ່ານກໍໄດ້ເນັ້ນໜັກໃຫ້ບັນດາຜູ້ທີ່ຖືກແຕ່ງຕັ້ງໃນຄັ້ງນີ້ ຈົ່ງພ້ອມໃຈກັນເຮັດໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ມີຜົນສຳເລັດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜນ, ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນປົກກະຕິ, ມີທັດສະນະການເມືອງທີ່ໜັກແໜ້ນຮູ້ຈຳແນກໄດ້ມິດ-ສັດຕູ້ຢ່າງຈະແຈ້ງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເວົ້າລວມເວົ້າສະເພາະກໍຄືໃນແຂວງ ຄຳມ່ວນ.