ທ້າວ ຮືມົວເລົ່າ ອາຍຸ 40 ປີ ຢູ່ ບ້ານແສນໄຊ ເມືອງງາ ແຂວງອຸດົມໄຊ ຖືກສານຂັ້ນຕົ້ນ ແຂວງອຸດົມໄຊ ຕັດສິນຈຳຄຸກ 5 ປີ ປັບ 10.000.000 ກີບ ໃນວັນທີ 31 ກໍລະກົດ ທີ່ຜ່ານມາ, ໃນສະຖານຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງປະເພດຢາບ້າ ຈຳນວນ 602 ເມັດ; ນອກນັ້ນຍັງຖືກຮິບຊັບທີ່ພົວພັນກັບການກະທຳຜິດ.

ຄະດີຂອງ ທ້າວ ຮືມົວເລົ່າ (ຈຳເລີຍ) ຖືກຈົດບັດທຶກໃນສຳນວນຄະດີອາຍາ ເລກທີ 92/ອຍກຂ.ອຊ ລົງວັນທີ 22 ມິຖຸນາ 2020 ໂດຍໃຫ້ຮູ້ວ່າ: ໃນວັນທີ 3 ພະຈິກ 2019, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງແບງ ແຂວງອຸດົມໄຊ ໄດ້ກັກຕົວຈຳເລີຍ ພາຍຫຼັງທີ່ສືບຮູ້ວ່າຜູ້ກ່ຽວກຳລັງເຄື່ອນໄຫວນຳເອົາຢາບ້າໄປຂາຍໃຫ້ກັບຜູ້ສັ່ງຊື້. ຈາກການຕັ້ງຈຸດກວດກາຢູ່ບ້ານປາງຍືມ ເມືອງແປງ, ໄດ້ພົບເຫັນຈຳເລີຍຂັບຂີ່ລົດຈັກຍີ່ຫໍ້ FEKON ສີດໍາ ໝາຍເລກທະບຽນ ຈຄ 2938 ອຸດົມໄຊ ແລະ ມີພຶດຕິກຳຜິດປົກກະຕິ; ເມື່ອເຂົ້າກວດກາ ແລະ ຄົ້ນຕົວ, ພົບຢາບ້າ ຈໍານວນ 3 ຖົງ ມີ 602 ເມັດ; ໜັກ 61,9 ກຣາມ ຢູ່ໃນຖົງຟາຍຂອງຈຳເລີຍ. ດັ່ງນັ້ນ; ຈຶ່ງໄດ້ກັກຕົວພ້ອມຂອງກາງຢາບ້າ, ລົດຈັກ, ໂທລະສັບມືຖືຍີ່ຫໍ້ Unitel ສີດໍາ ແລະ ເງິນ 50.000 ກີບ ມາສອບສວນ.

ທ້າວ ຮືມົວເລົ່າ ໃຫ້ການໃນເວລາສອບສວນວ່າ: ວັນທີ 29 ຕຸລາ 2019 ໄດ້ຂັບຂີ່ລົດຈັກຄັນດັ່ງກ່າວອອກຈາກ ບ້ານແສນໄຊ ເມືອງງາ ໄປຫຼີ້ນຢູ່ບ້ານຈັນໄຕ ເມືອງຮຸນ ແລະ ໄປພັກເຊົ່າຢູ່ເຮືອນຂອງ ທ້າວ ວາເນັງ (ນ້ອງເຂີຍ). ມາວັນທີ 3 ພະຈິກ 2019, ໄດ້ໄປຖາມຜູ້ຊາຍຄົນ ໜຶ່ງບໍ່ຮູ້ຊື່ຢູ່ບ້ານຈັນໄຕ ວ່າ: ຮູ້ບ່ອນຊື້ຢາບ້າບໍ່?. ຊາຍຄົນດັ່ງກ່າວຕອບວ່າ: ຮູ້; ແລ້ວໄດ້ພາຈຳເລີຍໄປຊື້ຢາບ້ານໍາຜູ້ຊາຍອີກກຄົນໜຶ່ງບໍ່ຮູ້ຊື່ຢູ່ບ້ານຈັນໄຕ ໂດຍຈຳເລີຍໄດ້ຊື້ຢາບ້າຈໍານວນ 3 ຖົງ.

ຈຸດປະສົງຂອງການຊື້ຢາບ້າໃນຄັ້ງນີ້ ແມ່ນເອົາມາໄວ້ປ່ຽນເຂົ້າເປືອກ 1 ກິໂລກຼາມ ຕໍ່ຢາບ້າ 3 ເມັດ ແລະ ຂາຍໃຫ້ກັບໄວ້ລຸ້ນທີ່ມົ້ວສຸມຄັ້ງລະ 1-2 ເມັດ. ພາຍຫຼັງຊື້ຢາບ້າໄດ້ແລ້ວ, ຈຳເລີຍໄດ້ເອົາໄວ້ໃນຖົງຟາງແລ້ວຂັບຂີ່ລົດຈັກມາຮອດບ້ານປາງຢືມ ເມືອງແບງ ຈຶ່ງຖືກເຈົ້າໜ້າກວດຄົ້ນພົບຂອງກາງ ຈຳນວນ 602 ເມັດ. ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວ ເຫັນວ່າ: ການກະທໍາຂອງຈໍາເລີຍ ເປັນການກະທໍາຜິດທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາ ໃນໝວດທີ 8 ການກະທໍາຜິດກ່ຽວກັບຢາເສບຕິດໂດຍອີງຕາມ ໃບຢັ້ງຢືນຜົນການພິສູດວິໄຈຂອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ສະບັບເລກທີ 2048/ປອຊ ແມ່ນບັນຈຸສານເສບຕິດໃນໝວດ Metamphetamine ( ຢາບ້າ+ ) ການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຊຶ່ງມາດຕາ 315 ວັກ 1 ໄດ້ກໍານົດໄວ້ວ່າ: ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ , ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາອີ ຢາບ້າ, ຢາໄອສ໌ ( Ice ) ຫຼື ວັດຖຸອອກລິດຕໍ່ຈິດປະສາດຜ່ານ ສປປ ລາວ ລວນແລ້ວຈະມີຄວາມຜິດ ແລະ ຕ້ອງໄດ້ຮັບໂທດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

ການທີ່ບຸກຄົນຜູ້ໃດຈະຕ້ອງໄດ້ຮັບໂທດນັ້ນ ກໍຕໍ່ເມື່ອໄດ້ກະທຳຜິດທີ່ແຕະຕ້ອງຖືກເສດຖະກິດຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕ້ອງເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງອາຍຸກະສຽນທາງອາຍາສາມາດຮູ້ໄດ້ເຖິງຜົນສະທ້ອນຂອງການກະທໍາ ແລະ ຈໍາເລີຍແມ່ນມີຄົບທຸກປະການ ເພາະວ່າຈຳເລີຍມີເຈດຕະນາຄ້າຂາຍ ແລະ ມີໄວ້ໃນຄອບຄອງ ເພື່ອຫວັງຜົນປະໂຫຍດໂດຍບໍ່ຖືກຕ້ອງຕາມກົດຫມາຍ. ຂອງກາງຢາບ້າຈໍານວນດັ່ງກ່າວ ເປັນສິ່ງທີ່ກົດໝາຍເກືອດຫ້າມ.

ດັ່ງນັ້ນ, ຄະນະສານຈຶ່ງໄດ້ລົງໂທດຕັດສິນຈຳເລີຍຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ແລະ ຮິບຢາບ້າຈຳນວນດັ່ງກ່າວໄປທຳລາຍຖີ້ມ, ຮິບລົດຈັກຍີ່ຫໍ້ FEKON ສີດໍາ ໝາຍເລກທະບຽນ ຈດ 2938 ອຸດົມໄຊ ທີ່ເປັນຍານພະຫານະເຄື່ອນໄຫວໃນການກະທຳຜິດຄັ້ງນີ້ສົ່ງໂທລະ ສັບ ແລະ ເງິນຈຳນວນ 50.000 ກີບ ຄືນໃຫ້ ຈຳເລີຍເປົ້າໝາຍຊັດທອດເຖິງຊາຍທີ່ຂາຍຢາບ້າໃຫ້ກັບຈຳເລີຍຢູ່ ບ້ານ ຈັນໄຕ ທາງເຈົ້າໜ້າທີ່ບໍ່ສາມາດນໍາຕົວພວກກ່ຽວມາດໍາເນີນຄະດີໄດ້ເນື່ອງຈາກວ່າ ບໍ່ຮູ້ປະຫວັດອັນແນ່ນອນຂອງພວກກ່ຽວ.