ໃນເດືອນ ພຶດສະພາ ຫາ ເດືອນກໍລະກົດ 2020, ກອງບັນຊາ ປກສ ເມືອງຄໍາເກີດ  ແຂວງບໍລິຄໍາໄຊ ສາມາດມ້າງລາຍຄະດີຄ້າຂາຍຢາເສບຕິດໄດ້ 10 ເລື່ອງ ມີຜູ້ຖືກຫາ 11 ຄົນ; ຢຶດຢາບ້າ ຈໍານວນ 1.824 ເມັດ, ງ້າວ 09 ດວງ, ປືນສັ້ນດັດແປງ 6 ກະບອກ ແລະ ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ ຈໍານວນ 11 ຄົນ.

ຕະຫຼອດໄລຍະ 3 ເດືອນທີ່ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງຄໍາເກີດເອົາໃຈໃສ່ວຽກທຸກວຽກງານຈົນມີຜົນສຳເລັດຫຼາຍດ້ານເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ. ເດັ່ນກ່າວໝູ່ແມ່ນວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດເຊິ່ງໃນ 3 ເດືອນ ສາມາດມ້າງຄະດີຢາເສບຕິດ ໄດ້ 10 ເລື່ອງ ກັກຕົວຜູ້ຄ້າຂາຍໄດ້ຈຳນວນ 11 ຄົນ ລວມຂອງກາງ 1.824 ເມັດ.

ຢ່າງໃດກໍຕາມ, ໃນຕໍ່ໜ້າເຈົ້າໜ້າທີ່ຈະໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການເຮັດວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ເນື່ອງຈາກວ່າປັດຈຸບັນມີຄົນຮ້າຍທີ່ກຳລັງເຄື່ອນໄຫວກະທຳຜິດຫຼາຍໃນຫຼາຍຮູບແບບທີ່ເປັນສາເຫດໜຶ່ງເຮັດໃຫ້ຄວາມບໍ່ສະຫງົບເກີດຂຶ້ນພາຍໃນເມືອງ ຈະຕ້ອງໄດ້ສຸມທຸກກຳລັງເພື່ອສະກັດກັ້ນບໍ່ໃຫ້ເກີດຂຶ້ນ.

ສ່ວນຜູ້ຖືກຫາຄະດີຢາເສບຕິດທີ່ເຈົ້າໜ້າທີ່ກັກຕົວໄດ້ໃນ 3 ເດືອນຜ່ານມາ ປະກອບມີ: ທ້າວ ທອງພຸດ  ອາຍຸ 46 ປີ,  ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ຢາບ້າ 1.050 ເມັດ, ທ້າວ ຄໍາສອນອາຍຸ 35 ປີ,  ບ້ານໂພນແພງ ຢາບ້າ 14 ເມັດ; ທ້າວ ເຈີເຢັງຫາ ອາຍຸ 42 ປີ,  ບ້ານທົ່ງແສນ  ຢາບ້າ 20 ເມັດ; ທ້າວ ພຸດທະວັນ ອາຍຸ 35 ປີ, ບ້ານທົ່ງຈະເລີນ  ຢາບ້າ 181 ເມັດ. ປືນສັ້ນດັດແປງ 6 ກະບອກ ແລະ ງ້າວ 9 ດວງ. ທ້າວ ໄຊຄໍາຟອງ ອາຍຸ 45 ປີ, ບ້ານຫຼັກ 10  ຢາບ້າ 36 ເມັດ, ທ້າວ ອໍາພອນ  ອາຍຸ 65 ປີ,  ບ້ານທ່າບັກ  ຢາບ້າ 375 ເມັດ ແລະ ທ້າວ ໂກ້  ອາຍຸ 20 ປີ, ບ້ານສົບຍ້ວງ  ຢາບ້າ 6 ເມັດ. ໍນອກນັ້ນ, ທ້າວ ມີ ອາຍຸ 50 ປີ, ບ້ານ ໜອງປອງ  ຢາບ້າ 50 ເມັດ. ທ້າວ ໄມຕາ  ອາຍຸ 16 ປີ ບ້ານ ທົ່ງແຄະ ຢາບ້າ 60 ເມັດ. ທ້າວ ຂັວນຕາ  ອາຍຸ 27 ປີ ຢູ່ບ້ານທົ່ງແຄະ ເມືອງຄຳເກີດ ແລະ  ທ້າວ ບຸນ ແກ້ວວົງສາ  ອາຍຸ 27 ປີ ບ້ານທົ່ງແຄະ  ຢາບ້າ 32 ເມັດ ທັງໝົດຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ.