ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປະກາດໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກົມ ໃນວັນທີ 11 ສິງຫາ 2020, ເປັນປະທານໂດຍ ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ຈູມວິໄລ ແກ້ວທອງສີ ຮັກສາການຫົວໜ້າພະແນກການເມືອງກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ສະບັບເລກທີ 2145/ ກມປສ ແລະ ສະບັບເລກທີ 2146/ ກມປສ ລົງວັນທີ 30 ມີຖຸນາ 2020 ວ່າດ້ວຍການໂຍກຍ້າຍ ແລະ ແຕ່ງ ຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກົມຕໍາຫຼວດຄຸມຂັງ-ດັດສ້າງ, ໃນນີ້ ໄດ້ຕົກລົງໂຍກຍ້າຍ ແລະ ແຕ່ງຕັ້ງ ພັທ ພຽນ ບັນຊາຊາເນດ ຈາກຄ້າຍຄຸມຂັງ ໂພນເງິນ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າພະແນກຄຸຸ້ມຄອງນັກໂທດ-ດັດສ້າງ, ພັທ ພອນໄຊ ແກ້ວຈຳປາ ຈາກຄ້າຍຄຸມຂັງຕານປ່ຽວ ໄປຮັບໜ້າທີ່ໃໝ່ເປັນຮອງພະແນກສືບສວນ-ສອບສວນ, ພັຕ ໄຊຍະເດດ ປະກັນໄພ ຈາກຄ້າຍຄຸມຂັງຕານປ່ຽວ ໄປຮັບໜ້າທີ່ໃໝ່ເປັນຮອງຫ້ອງການກົມ, ພັຕ ພົງສະຫວັນ ສິງເທບ ໄປຮັບໜ້າທີ່ໃໝ່ເປັນຮອງພະແນກພະລາທິການ, ພັຕ ພູຄຳຫຼ້າ ຄະທຸມພົມ ຈາກຄ້າຍດັດສ້າງສາຍນໍ້າງື່ມ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າພະແນກປ້ອງກັນ, ພັຕ ສີສົມພອນ ພຽນສຸລິ ຈາກພະແນກສືບສວນ-ສອບສວນ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າພະແນກຄ້າຍຄຸມຂັງໂພນເງິນ, ພັຕ ສົມຫວັງ ຈັນສະເກດ ຈາກພະແນກສືບສວນ-ສອບສວນ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຄ້າຍສາຍນໍ້າງື່ມ, ພັຕ ອານຸສອນ ກຸນລະວົງ ຈາກຄ້າຍຄຸມຂັງໂພນຕ້ອງ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຄ້າຍຄຸມຂັງຕານປ່ຽວ, ພັຕ ດາວວຽງ ແກ້ວວິໄລ ຈາກພະແນກຄຸ້ມຄອງນັກໂທດ-ດັດສ້າງ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຄ້າຍຄຸມຂັງຕານປ່ຽວ ແລະ ຮອ ບຸນຄໍ້າ ບຸນຍະແສງ ຈາກຫ້ອງການກົມໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຄ້າຍຄຸມຂັງໂພນຕ້ອງ.

ພ້ອມດຽວກັນນີ້, ຍັງໄດ້ຜ່ານ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ເລກທີ 2336/ກມປສ ລົງ ວັນທີ 8 ກໍລະກົດ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ຕໍາຫຼວດ ກົມຕຳຫຼວດຄຸມຂັງ-ດັດສ້າງ ຈໍານວນ 101 ສະຫາຍ ຍິງ 22 ສະຫາຍທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ແລະ ຫ້າວຫັນ ປະຕິບັດໜ້າທີ່ວຽກງານມີຜົນສໍາເລັດ, ໃນນີ້ ໄດ້ຕົກລົງເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 50 ສະຫາຍ ຍິງ 11 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ ຍິງ 1 ສະຫາຍ ແລະ ສິບເອກ ຂຶ້ນ ວາທີ 49 ສະຫາຍ ຍິງ 10 ສະຫາຍ.

ໃນໂອກາດນີ້, ພັອ ພັດສະດີ ນວນອາສາ ຍັງໄດ້ປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 29 ປີ, ວັນຍຶດອຳນາດ 23 ສິງຫາ ແລະ ວັນປະກາດເອກະລາດ ຄົບຮອບ 75 ປີ ( 12 ຕຸລາ 1945-12 ຕຸລາ 2020 ), ໃນນີ້, ວັນປະກາດເອກະລາດ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ຄວາມເປັນຊາດລາວຂອງພວກເຮົາ ກໍຄືຮັບຮູ້ອະທິປະໄຕຂອງຊາດລາວ, ເຂດນ້ຳແດນດິນຂອງປະເທດລາວ, ພ້ອມກັນນັ້ນ ກໍຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າຊາດລາວ-ຄົນລາວ ກໍເປັນຄົນທີ່ມີກຽດສັກສີເໝືອນກັບຄົນຊາດອື່ນ ແລະ ຢາກມີອິດສະຫຼະພາບ. ຕະຫຼອດໄລຍະ 75 ປີຜ່ານມາ ປະຊາຊົນລາວບັນ ດາເຜົ່າມີຄວາມເອກອ້າງທະນົງໃຈ ຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ໄດ້ປະກອບສ່ວນອັນສຳຄັນ ແລະ ມີຜົນງານອັນພົ້ນເດັ່ນເຂົ້າໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ, ຄຽງຄູ່ກັບປະຊາຊົນລາວບັນດາເຜົ່າ ແລະ ທຸກຂະແໜງການໃນທົ່ວປະເທດທັງໃນສູນກາງ ແລະ ທ້ອງຖິ່ນໄດ້ສາມັກຄີກັນເປັນປຶກແຜ່ນແໜ້ນໜາເຂົ້າຮ່ວມໃນຂະບວນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດເຮົາໃນແຕ່ລະໄລຍະດ້ວຍຄວາມຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບຮ່ວມກັນ ແລະ ມີຜົນສຳເລັດດີເປັນກ້າວໆມາ.