ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສິງ ແຂວງຫຼວງນໍ້າທາ ຈັບຜູ້ຖືກສົງໄສ 1 ຄົນເຄື່ອນໄຫວຂາຍຢາເສບຕິດຢູ່ເຂດບ້ານເອີຫຼ້າ ເມືອງສິງ ພ້ອມຢາບ້າ 2 ຖົງ ມີ 400 ເມັດ ມາດໍາເນີນຄະດີ.

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 10 ກໍລະກົດ 2020, ໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີຂາຍຢາເສບຕິດຢູ່ເຂດບ້ານເອີຫຼ້າ ເມືອງສິງ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງ ແລະ ນຳກຳລັງວິຊາສະເພາະລົງເຄື່ອນໄຫວຕິດຕາມເປົ້າໝາຍ. ຜ່ານການຕິດຕາມຢ່າງໃກ້ຊິດ ຈຶ່ງໄດ້ພົບເຫັນຜູ້ຖືກສົງໄສທີ່ມີຫຼັກຖານແໜ້ນວ່າ ຜູ້ກ່ຽວມີຢາເສບຕິດ, ຈຶ່ງໄດ້ສະແດງຕົວເຂົ້າຈັບທ້າວ ໂຊຕູ ອາຍຸ 21 ປີ, ຢູ່ບ້ານເອີຫຼ້າ ແລະ ກວດຄົ້ນພົບເຫັນຢາ ເສບຕິດປະເພດຢາບ້າທີ່ຊຸກເຊື່ອງໄວ້ຢູ່ໃນຖົງໂສ້ງ ຈຳ ນວນ 2 ຖົງ ເທົ່າກັບ 400 ເມັດ. ຈາກນັ້ນ, ໄດ້ນຳຕົວຜູ້ຖືກຫາມາດຳເນີນການສືບສວນ-ສອບສວນ.

ທ້າວ ໂຊຕູ ສາລະພາບວ່າ: ໃນວັນທີ 10 ກໍລະກົດ 2020, ໄດ້ໄປຫາ ທ້າວ ຢາພີ ອາຍຸ ປະມານ 35 ປີ ຢູ່ບ້ານຕາໝີ ເມືອງສິງ, ທ້າວ ຢາ ພີ ໄດ້ເອົາເງິນໃຫ້ ຈຳນວນ 400.000 ກີບ ເພື່ອໄປຊື້ຢາບ້າແລ້ວມາສົ່ງໃຫ້ຜູ້ກ່ຽວ ແລະ ຈະໃຫ້ຄ່າຈ້າງຈຳນວນ 50.000 ກີບ, ເຊິ່ງຕົນເອງກໍໄດ້ຕອບຕົກລົງ. ຈາກນັ້ນ, ທ້າວ ຢາພີ ໄດ້ເອົາໂທລະສັບຜູ້ກ່ຽວໃຫ້, ຕໍ່ມາ, ໄດ້ມີຄົນໂທຫາເອົາຢາບ້າມາຂາຍໃຫ້ຢູ່ເຂດບ້ານແດນກາງ ເມືອງລອງ ແຂວງຫຼວງນ້ຳທາ. ພາຍຫຼັງຊື້-ຂາຍສໍາເລັດ ໄດ້ເອົາຢາເຊື່ອງໄວ້ຢູ່ໃນຖົງໂສ້ງແລ້ວກັບມາເມືອງສິງ. ພໍມາຮອດເຂດບ້ານເອີຫຼ້າ ຖືກເຈົ້າໜ້າທີ່ກວດພົບເຫັນຢາບ້າຈຳນວນດັ່ງກ່າວ ແລະ ຖືກກັກຕົວມາດຳເນີນຄະດີ.

ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສິງ ໄດ້ມອບທ້າວ ໂຊຕູ ຜູ້ຖືກຫາ ພ້ອມດ້ວຍຂອງກາງຢາບ້າ 400 ເມັດໃຫ້ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ພ້ອມທັງຂະຫຍາຍຜົນຫາພັກພວກ ແລະ ກຸ່ມແກ້ງມາດຳເນີນຄະດີຕາມລະບຽບກົດໝາຍ.