ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງ ຈັນ ໄດ້ນໍາກໍາລັງເຂົ້າກວດຄົ້ນເຄຫະສະຖານ ເຂດບ້ານໂນນແກ້ວ ສາມາດຈັບຕົວຊາຍອາຍຸ 29 ປີ ພ້ອມກັບຂອງກາງຈໍານວນ 901 ເມັດ.

ເຈົ້າໜ້າທີ່ ເປີດເຜີຍວ່າ: ພາຍຫຼັງທີ່ ໄດ້ສືບຮູ້ວ່າ ທ້າວ ຕ້ອມ ອາຍຸ 29 ປີ ຢູ່ ບ້ານໂນນແກ້ວ ເມືອງສີໂຄດຕະບອງ ມີການເຄື່ອນໄຫວຄ້າຂາຍຢາເສບຕິດ, ຈຶ່ງໄດ້ນໍາກໍາລັງເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ; ພົບເຫັນຢາບ້າ 901 ເມັດ. ດັ່ງນັ້ນ, ຈຶ່ງໄດ້ຈັບຕົວຜູ້ກ່ຽວມາສອບສວນດໍາເນີນຄະດີ.

ທ້າວ ຕ້ອມ ສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້, ເຊິ່ງຊື້ໄວ້ເພື່ອເສບ ແລະ ຂາຍກິນ ກໍາໄລ. ທ້າວ ຕ້ອມ ໄດ້ເລີ່ມເຄື່ອນໄຫວເສບຢາບ້າ ມາແຕ່ປີ 2007. ມາຮອດຕົ້ນ ປີ 2020, ໄດ້ຫັນຈາກຜູ້ເສບມາເປັນຜູ້ຄ້າ-ຂາຍ ໂດຍແຕ່ລະຄັ້ງໄດ້ໄປຊື້ນໍາຊາຍຄົນໜຶ່ງບໍ່ຮູ້ບ້ານ ຈໍານວນຫຼາຍຄັ້ງ; ຄັ້ງລະ 500-1.000 ເມັດ. ເມື່ອໄດ້ຢາ ບ້າແລ້ວ, ກໍນໍາໄປແບ່ງຂາຍໃຫ້ກັບກຸ່ມມົ້ວສຸມຢູ່ຕາມຮ້ານເກມ ແລະ ຂອບເຂດບ້ານ. ສ່ວນເງິນທີ່ໄດ້ຈາກການຂາຍຢາບ້ານັ້ນ, ໄດ້ນໍາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ.