ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ສົມ ທົບກັບກອງບັນຊາການ ປກສ ເມືອງປາກຊ່ອງ ແລະ ອໍານາດການປົກຄອງບ້ານເຂົ້າຈັບກຸມ 2 ເປົ້າໝາຍຄ້າຂາຍຢາເສບຕິດຄາເຮືອນພັກ ພ້ອມຢາບ້າເກືອບ 6.000 ເມັດ.

ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ໃນວັນທີ 18 ສິງຫາຜ່ານມາ, ພາຍຫຼັງທີ່ໄດ້ຮັບລາຍງານມີກຸ່ມຄົນບໍ່ດີຈຳນວນໜຶ່ງກໍາລັງເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຮືອນພັກແຫ່ງໜຶ່ງ ເມືອງປາກຊ່ອງ ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງເຄື່ອນໄຫວສືບຫາແຫຼ່ງຂໍ້ມູນ ພ້ອມທັງປະສານງານກັບພາກສ່ວນທີ່ກ່ຽວຂ້ອງລົງມ້າງຄະດີດັ່ງກ່າວ ສາມາດຈັບຕົວຜູ້ຖືກຫາໄດ້ 2 ຄົນ ຊື່ ທ້າວ ສອນ ໄຊ ອາຍຸ 23 ປີ ແລະ ທ້າວ ສຸກກະເສີມ ອາຍຸ 26 ປີ ທັງ 2 ຢູ່ບ້ານບັງລຽງ ເມືອງປາກຊ່ອງ ແຂວງຈຳປາສັກ ພ້ອມຂອງກາງຢາບ້າ 5.820 ເມັດ, ໂທລະສັບ 2 ໜ່ວຍ ແລະ ລົດຈັກ 2 ຄັນ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ກໍາ ລັງດຳເນີນຂັ້ນຕອນການສືບສວນ-ສອບສວນ ເພື່ອຂະ ຫຍາຍຜົນຊອກຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.