ສານຂັ້ນຕົ້ນນະຄອນຫຼວງວຽງຈັນ ຕັດສິນ ທ້າວ ສາຍສະໝອນ (ຈຳເລີຍ) ອາຍຸ 28 ປີ ພັກເຊົາຢູ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ໄດ້ຂົ່ມຂືນກະທຳຊຳເລົາ (ຂັ້ນພະຍາຍາມ) ນາງ ກ (ນາມສົມໝຸດ) ອາຍຸ 59 ປີ ຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ຈຳຄຸກ 1 ປີ 6 ເດືອນ ປັບໃໝ 2.000.000 ກີບ ໃຊ້ແທ່ນເງິນໃຫ້ກັບຜູ້ເສຍຫາຍ 5.000. 000 ກີບ.

ການໄຕ່ສວນຄະດີດັ່ງກ່າວ, ມີຂຶ້ນໃນວັນທີ 20 ສິງຫາ ນີ້, ໂດຍອີງຕາມສໍານວນຄະດີອາຍາ ເລກທີ 416/ອຍກ.ນວ, ລົງວັນທີ 2 ມີນາ 2020, ລະຫວ່າງອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເປັນໂຈດ ແລະ ນາງ ກ (ຜູ້ເສຍຫາຍ) ເປັນໂຈດທາງແພ່ງໃນຫ້ອງປະຊຸມສານອົງການໄອຍະການປະຊາຊົນຖະແຫຼງ ແລະ ໄຈ້ແຍກການກະທໍາຜິດຕົວຈິງຂອງ ທ້າວ ສາຍສະໝອນ (ຈໍາເລີຍ) ຕໍ່ຄະນະສານ ແລະ ຜູ້ເຂົ້າຮ່ວມ ວ່າ: ວັນທີ 24 ທັນວາ 2019, ຈໍາເລີຍໄດ້ ອອກຈາກບ້ານທີ່ແຂວງສະຫວັນນະເຂດ ມາພັກເຊົາຢູ່ເຮືອນພີ່ນ້ອງ ບ້ານຂາມງອຍ ເມືອງໄຊເສດຖາ.

ມາວັນທີ 27 ທັນວາ 2019, ເວລາປະ ມານ 9:00 ຈຳເລີຍໄປເຮັດວຽກໃສ່ບານປະຕູ ແລະ ແກ້ວ ໃຫ້ກັບເຮືອນຂອງຜູ້ເສຍຫາຍຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ ເປັນເຮືອນ 2 ຊັ້ນ, ຮອດເວລາປະມານ 14:00 ໂມງ ຈຳເລີຍເຫັນເຈົ້າຂອງເຮືອນນັ່ງຢູ່ໂຕະເກີດມີຄວາມຄິດຢາກຮ່ວມເພດ ຈຶ່ງໄດ້ຍ່າງເຂົ້າໄປຈັບແຂນຂົ່ມລົງພື້ນຈຳເລີຍ ໄດ້ເອົາມືເບື້ອງຊ້າຍອັດປາກ ແລະ ເອົາມືເບື້ອງຂວາພະຍາຍາມດຶງໂສ້ງຜູ້ເສຍ ຫາຍອອກ, ແຕ່ຖືກຜູ້ເສຍຫາຍກັດມືນີ້ວກ້ອຍເບື້ອງຊ້າຍຂອງຈຳເລີຍ, ຈຳເລີຍ ໄດ້ຮັບບາດ ເຈັບຈຶ່ງເອົາມືອອກຈາກປາກຜູ້ທີ່ຂົ່ມຂື່ນ ແລະ ໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ຜູ້ທີ່ເຫັນເຫດການກໍແລ່ນເຂົ້າໄປດຶງຈຳເລີຍອອກ, ແລ້ວແຈ້ງຄວາມຕໍ່ອຳນາດການປົກຄອງບ້ານເຂົ້າຈັບຕົວໄປດຳເນີນຄະດີ.

ການກະທຳຂອງຈຳເລີຍ ເປັນການກະທຳທີ່ມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງ ຢືນວ່າ ເປັນການກະທໍາຕໍ່ປະມວນກົດໝາຍອາຍາທີ່ແຕະຕ້ອງເຖິງສາຍພົວພັນຜົວ-ເມຍ, ຄອບຄົວ ແລະ ຮີດຄອງປະເພນີຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 248 ເຫັນວ່າ: ໃນມື້ກໍ່ເຫດຈຳເລີຍ ກໍໄດ້ຮັບສາລະພາບໃນຂັ້ນເຈົ້າໜ້າທີ່ວ່າ ໄດ້ພະຍາຍາມຂົ່ມຂືນ ນາງ ກ ແທ້ຕາມຄໍາໃຫ້ການສະບັບລົງວັນທີ 27 ທັນວາ 2019 ແລະ ເປັນການກະ ທຳໂດຍບໍ່ຄໍານຶງເຖິງຜົນສະທ້ອນທີ່ຕາມມາ, ຈຳເລີຍ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະ ສົມບູນດີ, ບໍ່ເປັນບ້າເສຍຈິດ ແລະ ເຖິງກະສຽນອາຍຸທາງອາຍາແລ້ວ.

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນ ຫຼວງວຽງຈັນ ຈຶ່ງໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ເເລ້ວເຫັນຄວນລົງໂທດຕັດສິນຈຳຄຸກ 1 ປີ 6 ເດືອນ ປັບໃໝ 2.000.000 ກີບ, ເຫັນວ່າ: ນາງ ກ ໄດ້ຮຽກຮ້ອງຄ່າເສຍຫາຍຈຳນວນ 15.000.000 ກີບ. ຜ່ານການຄົ້ນຄວ້າແລ້ວ ຄະນະສານຈຶ່ງໃຫ້ຈຳເລີຍຈ່າຍເງິນຈຳນວນ 5.000.000 ກີບ ທຸກຂະບວນການດຳເນີນຄະດີຂອງຈຳເລີຍນັ້ນ ແມ່ນເຫັນຕາມກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ (ສະບັບປັບປຸງປີ 2017) ມາດ ຕາ 2, 10, 46, 48 ຂໍ້ 1, ປະມວນກົດໝາຍອາຍາ ມາດຕາ 248 ວັກ 4 ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ມາດຕາ 152 ຂໍ້ 5 ແລະ ມາດຕາ 156.