ພໍ່ຂອງ ທ້າວ ສຸພາລັກ ອາຍຸ 25 ປີ, ຢູ່ບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພົບເຫັນການກະທໍາຂອງລູກທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໄປລັກຕີນລົດໃຫຍ່ມາຊຸກເຊື່ອງໄວ້ເຮືອນເພື່ອຂາຍ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງ ຈັບຕົວໄປດໍາເນີນຄະ ດີ.

ເຈົ້າໜ້າທີ່ສືບສວນ-ສອບສວນຄະດີອາຍາ ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 8-11 ສິງຫາ 2020 ໄດ້ມີຜູ້ເສຍຫາຍເຂົ້າມາແຈ້ງຄວາມໄວ້ຢູ່ທີ່ກອງບັນຊາການວ່າ ມີຄົນລັກຕີນລົດ, ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກແຈ້ງຄວາມ ພ້ອມທັງຂຶ້ນເປົ້າໝາຍ ເພື່ອຕິດ ຕາມຕົວຜູ້ກໍ່ເຫດ; ຕໍ່ມາໃນວັນທີ 12 ສິງຫາ 2020, ມີຄົນເຂົ້າມາຫ້ອງການ ແລ້ວແຈ້ງເຈົ້າ ໜ້າທີ່ໃຫ້ໄປນໍາຕົວລູກຊາຍມາດໍາເນີນຄະດີ ຍ້ອນລູກຊາຍໄດ້ໄປລັກຕີນລົດໃຫຍ່ມາຊຸກເຊື່ອງໄວ້ຢູ່ເຮືອນເພື່ອກຽມຂາຍ. ຈາກນັ້ນ, ກໍໄດ້ແຕ່ງຕັ້ງພະນັກງານໄປນໍາຕົວມາທີ່ກອງບັນ ຊາການ ປກສ ເມືອງ.

ຜ່ານການສອບສວນ, ຜູ້ຖືກຫາສະລະພາບວ່າ: ໃນວັນທີ 8 ສິງຫາ 2020 ເວລາປະມານ 23:00 ໂມງ ຂັບຂີ່ລົດຈັກໂຄລາວສີດໍາ ຊ້ອນໝູ່ 1 ຄົນ ຈຸດປະສົງໄປຊອກລັກຕີນລົດໃຫຍ່ ໄປຕາມເສັ້ນທາງຂອງບ້ານ ໂດຍກະກຽມກະລິກ ແລະ ກະແຈໄປພ້ອມ; ໃນຂະນະຂັບຂີ່ຢູ່ນັ້ນ, ໄດ້ພົບເຫັນລົດໂຕໂຢຕ້າໝາຍ ເລກທະບຽນ ກຍ 5437 ກໍາແພງນະຄອນ ຈອດຢູ່ເຂດບ້ານສາຍລົມ ຈຶ່ງພາກັນຈອດລົດ, ໃຫ້ໝູ່ທີ່ນໍາເບິ່ງຕົ້ນທາງໃຫ້ ແລ້ວລົງມືເອົາກະລິກຄໍ້າ, ຫັນນ໋ອດຕີນລົດໃຊ້ເວລາພໍສົມຄວນຈຶ່ງສໍາເລັດ. ຈາກນັ້ນ, ກໍນໍາເອົາຕີນລົດໄປຊຸກເຊື່ອງຢູ່ເຮືອນເພື່ອລໍຖ້າຂາຍ. ມາຮອດວັນທີ 10 ສິງຫາ 2020, ໄດ້ນໍາເອົາຕີນລົດໄປຂາຍໄດ້ເງິນ 100.000 ກີບ, ຢູ່ຮ້ານແຫ່ງໜຶ່ງເຂດບ້ານຫ້ວຍຫົງ ເມືອງຈັນທະບູລີ ແລ້ວເອົາເງິນມາປັນໃຫ້ຜູ້ທີ່ຮ່ວມລັກ ຈໍານວນ 40.000 ກີບ.

ຕໍ່ມາໃນວັນທີ 11 ສິງຫາ 2020, ຄັ້ງນີ້ໄດ້ເຄື່ອນໄຫວຜູ້ດຽວ ໂດຍໄດ້ຂັບຂີ່ລົດກະບະຮຸນໄດຊອກລັກຕີນລົດໃຫຍ່ ໄດ້ພົບເຫັນລົດຈິບ ເລກທະບຽນ ນຍ 6688 ກໍາແພງນະຄອນ ຈອດຢູ່ເຂດບ້ານສະຫວ່າງ ຈຶ່ງໄດ້ລົງມືລັກ. ຈາກນັ້ນ, ກໍເອົາມາຊຸກເຊື່ອງໄວ້ເຮືອນເພື່ອຂາຍ; ເຊົ້າຂອງມື້ຕໍ່ມາ, ພໍ່ຜູ້ເປັນພົບເຫັນຕີນລົດທີ່ຊຸກເຊື່ຶອງໄວ້ຢູ່ເຮືອນ ຈຶ່ງຖາມວ່າ ໄປເອົາມາແຕ່ໃສ ແລະ ໄດ້ຕອບພໍ່ວ່າລັກມາ, ຈາກນັ້ນໃນເວລາຕໍ່ມາຂອງວັນດຽວກັນ, ພໍ່ໄປແຈ້ງເຈົ້າໜ້າ ທີ່ມາຄຸມຕົວໄປດໍາເນີນຄະດີ.

ໃນອາທິດທີີ່ຜ່ານມາ, ປກສ ເມືອງ ຈັນທະບູລີ ໄດ້ມອບຕີນລົດ ຈໍານວນ 2 ຕີນ ມູນຄ່າ 4.000.000 ກີບ ຄືນເຈົ້າຂອງເດີມ, ມອບໂດຍ ຮອ ນາງ ນົງຄານ ພົງເທບ ພະນັກງານສືບສວນ-ສອບສວນຄະດີອາຍາ ແລະ ຕາງໜ້າຮັບໂດຍ ທ່ານ ສົມບັດ ອາຍຸ 53 ປີ, ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມພາກສ່ວນກ່ຽວຂ້ອງ.