ທ້າວ ຈັນ (ຈຳເລີຍ) ອາຍຸ 20 ປີ ຢູ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຂໍ້ຫາຄ້າຂາຍຢາເສບຕິດ ຖືກດຳເນີນຄະດີ ໃນວັນທີ 11 ທັນວາ 2019. ມາວັນທີ 20 ສິງ ຫາ 2020, ອົງການໄອຍະການປະຊາຊົນ ຈຶ່ງໄດ້ສັ່ງຟ້ອງຈຳເລີຍ ຂຶ້ນສານຂັ້ນຕົ້ນນະຄອນ ຫຼວງວຽງຈັນ ພິຈາລະນາຕັດສິນ 5 ປີ ປັບໃໝ 10.000.000 ກີບ ພ້ອມໃຫ້ຈຳເລີຍຮັບຮູ້ການກະທຳຜິດກ່ຽວກັບຢາເສບຕິດທາງກົດໝາຍ.

ຈຳເລີຍ ເລີ່ມເສບຢາເສບຕິດປະເພດຢາບ້າແຕ່ 2015, ເສບມື້ລະ 2 ເມັດ ຢາບ້າແມ່ນຊື້ນຳໄວລຸ້ນທີ່ຂາຍຢູ່ຕາມຮ້ານເກມເຂດບ້ານໂຊກນ້ອຍ ເມືອງໄຊເສດຖາ. ມາໃນເດືອນຕຸລາ ປີ 2019, ທ້າວ ຈັນ ໄດ້ຮູ້ຈັກ ທ້າວ ວອນ ຢູ່ບ້ານຊໍ້າເຄ ແລ້ວກໍໄດ້ພັວພັນຊື້ຢາບ້າມາເສບ ຄັ້ງລະ 2 ເມັດ ຈຳນວນຫຼາຍຄັ້ງບໍ່ສາມາດຈື່ໄດ້. ມາໃນເດືອນພະຈິກ 2019, ທ້າວ ຈັນ ໄດ້ເຄື່ອນໄຫວຂາຍຢາບ້າ ໂດຍຊື້ນຳ ທ້າວ ວອນ ຈຳນວນ 20 ເມັດ, ແລ້ວນຳໄປຂາຍໃຫ້ກັບໄວລຸ້ນຢູ່ຕາມຮ້ານເກມເຂດ ບ້ານໂຊກນ້ອຍ. ມາວັນທີ 11 ທັນວາ 2019, ທ້າວ ຈັນ ໄປຊື້ຢາ ບ້ານຳ ທ້າວ ວອນ ຢູ່ຮ້ານເກມ 11 ເມັດ ເອົາມາເສບເອງ 1 ເມັດ. ຈາກນັ້ນ,ກໍຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຢາບ້າ 10 ເມັດ ໄປດຳເນີນຄະດີ.

ຈາກຫຼັກຖານຮັດກຸມ ແລະ ໜັກແໜ້ນ ພຽງພໍທີ່ສາມາດຢັ້ງຢືນໄດ້ວ່າ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດປະເພດຢາບ້າ, ເຊິ່ງການກະທໍາຂອງຈໍາເລີຍເປັນການກະທໍາທີ່ ແຕະຕ້ອງເຖິງສະຖຽນລະພາບທາງດ້ານເສດຖະກິດຂອງຊາດ. ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຈໍາເລີຍ ກໍໄດ້ໃຫ້ການຮັບສາລະ ພາບວ່າ ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດແທ້, ຢາບ້າທີ່ຢຶດໄດ້ນັ້ນໄປກວດວິໄຈ ເຫັນວ່າບັນ ຈຸສານເສບຕິດທີ່ອອກລິດຕໍ່ຈິດປະສາດປະເພດຢາບ້າແທ້.

ຈຳເລີຍເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ, ເຖິງກະສຽນອາຍຸ ທາງອາຍາແລ້ວ ສາ ມາດຮັບຮູ້ໄດ້ການກະທໍາຂອງຕົນ ແຕ່ກະທໍາໄປຍ້ອນເຫັນແກ່ຜົນປະໂຫຍດສ່ວນຕົວອັນບໍ່ຖືກຕ້ອງດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ແລະ ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ປະກອບໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ ຈຳເລີຍ ໄດ້ກະທຳຜິດຕາມກົດໝາຍທີ່ໄດ້ລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນຳຢາອິ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ, ຜ່ານ ສປປ ລາວ ຕໍ່າກ່ວາ 100 ກຼາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000. 000-100.000.000 ກີບ.

ນອກນີ້; ຄະນະສານຍັງໄດ້ໃຫ້ຈຳເລີຍ ຮູ້ກ່ຽວກັບໂທດຂອງການພົວພັນກັບຢາເສບຕິດ ດັ່ງນີ້: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນຳຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ, ຜ່ານ ສປປ ລາວ 100-500 ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 10-15 ປີ ຈະຖືກປັບໃໝແຕ່ 100.000.000-500.000.000 ກີບ, ນໍ້າໜັກເກີນກວ່າ 500 ກຼາມ ຈະຖືກລົງ ໂທດຕັດອິດສະລະພາບຕະຫຼອດຊີວິດ ຈະຖືກປັບໃໝ 500.000.000-1.000.000. 000 ກີບ ແລະ ນໍ້າໜັກເກີນກວ່າ 3 ກິໂລກຼາມ ຈະຖືກລົງປະຫານຊີວິດ.