ແຂວງຜົ້ງສາລີ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

0
1524

ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດທີ່ມີຜົນງານດີເດັ່ນ, ມີເງື່ອນໄຂຄົບຖ້ວນ ແລະ ຮອດອາຍຸການເລື່ອນຊັ້ນ ຕາມກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບວາງອອກ, ປະດັບຊັ້ນໂດຍ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີບັນດາຄະນະພັກ-ຄະນະບັນຊາຫ້ອງ-ກອງອ້ອມຂ້າງກອງບັນຊາການ ຕະຫຼອດຮອດພະນັກງານ ເຂົ້າຮ່ວມ ໃນວັນທີ 2 ກັນຍາ 2020.

ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 25 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 11 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 11 ສະຫາຍ, ສິບເອກ ຂຶ້ນ ວາທີ 45 ສະຫາຍ, ສິບໂທ ຂຶ້ນ ສິບເອກ 1 ສະຫາຍ, ສິບຕີ ຂຶ້ນ ສິບໂທ 1 ສະຫາຍ.

ພ້ອມກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 1462/ປກສ ລົງວັນທີ 30 ກໍລະກົດ 2020 ວ່າດ້ວຍ ການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງຜົ້ງສາລີ. ໃນນີ້, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຕົກລົງໃຫ້ ພັທ ຄໍາສັນ ສຸບັນນະລາດ ຫົວໜ້າກອງບັນຊາການ ປກສ ເມືອງບຸນເໜືອ ຍົກຂັ້ນເງິນເດືອນຊັ້ນ ພັນໂທ ຂຶ້ນກິນເງິນຊັ້ນ ພັນເອກ ເພື່ອປະຕິບັດນະໂຍບາຍຕໍ່ນາຍຕໍາຫຼວດທີ່ມີຜົນງານ ແຕ່ບໍ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນຕາມກໍານົດ.

ໃນພິທີ, ພັອ ຄໍາຈັນ ແສງລາວົງ ໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງ ກຳລັງປ້ອງກັນຄວາມສະຫງົບ, ເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ສູງຂຶ້ນ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ຢ່າງຮອບດ້ານ, ເປັນແບບຢ່າງໃນທຸກຂົງເຂດວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ພ້ອມທັງຊອກຮູ້ຮໍ່າຮຽນຮອບດ້ານ ເພື່ອພັດທະນາຕົນເອງໃຫ້ກາຍເປັນແບບຢ່າງທີ່ດີ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ.