ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ນໍາລົດຍີ່ຫໍ້ໂຕໂຍຕ້າປຣາໂດ້ ໝາຍເລກທະບຽນ ນຮ 9000 ກໍາແພງ ນະຄອນ ທີ່ຖືກຄົນຮ້າຍລັກໄປໃນຄັ້ງວັນທີ 1 ກັນຍາ ຜ່ານມາ, ມອບຄືນໃຫ້ເຈົ້າຂອງເດີມ, ກ່າວມອບໂດຍ ພັທ ບຸນສົງ ມຸນຕີ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງ ພ້ອມຄະນະ ແລະ ກ່າວຮັບໂດຍ ທ້າວ ຕີ່ໂນ່ ອາຍຸ 32 ປີ ຢູ່ບ້ານຜາງແຫ້ງ.

ພັທ ບຸນສົງ ມຸນຕີ ໃຫ້ຮູ້ໃນວັນທີ 3 ກັນຍາ ວ່າ: ເວລາປະມານ 23:00 ໂມງ ຂອງວັນທີ 1 ກັນຍາ 2020, ທ້າວ ຕີ່ໂນ່ ໄດ້ເອົາລົດຍີ່ຫໍ້ໂຕໂຍຕ້າປຣາໂດສີຂາວ ໝາຍເລກທະບຽນ ນຮ 9000 ອອກຊື່ ນາງ ອໍາພອນ (ແມ່) ຈອດໄວ້ຢູ່ໃກ້ກັບຮ້ານຂາຍລົດແຫ່ງໜຶ່ງ ບ້ານຜາງແຫ້ງ ເມືອງນາຊາຍທອງ; ພາຍຫຼັງທີ່ຈອດໄວ້ແລ້ວ ກໍໄດ້ເຂົ້າໄປນອນ. ຈາກນັ້ນ, ເຊົ້າຂອງມື້ຕໍ່ມາໄດ້ຍ່າງໄປເບິ່ງລົດ ແຕ່ບໍ່ພົບລົດທີ່ຈອດໄວ້ຢູ່ຈຸດດັ່ງກ່າວ ຈຶ່ງໄດ້ກວດເບິ່ງພາບຈາກກ້ອງວົງຈອນປິດທີ່ຢູ່ໃກ້ຄຽງພົບເຫັນຄົນຮ້າຍ ຈໍານວນ 2 ຄົນ ຂັບຂີ່ລົດຈັກມາຈອດຮຽງຂ້າງ ແລະ ຜູ້ຊ້ອນທ້າຍເປັນຜູ້ລົງມືກໍ່ເຫດ.

ເຈົ້າໜ້າທີ່ ໃຫ້ຮູ້ອີກວ່າ: ພາຍຫຼັງທີ່ໄດ້ຮັບ ແຈ້ງຄວາມ ຈຶ່ງໄດ້ນໍາກໍາລັງລົດຕິດຕາມກວດກາຈາກຈຸດເກີດເຫດພົບເຫັນລົດຄັນດັ່ງກ່າວຂັບຂີ່ມຸ້ງໜ້າໄປ ແຂວງວຽງຈັນ ແລະ ໄດ້ປະສານສົມທົບກັບຕໍາຫຼວດຈະລາຈອນປະຈໍາເສັ້ນທາງ 13 ເໜືອ ແລະ ປກສ ເມືອງຫີນເຫີບ ແຂວງວຽງຈັນ. ພໍຮອດເຂດບ້ານ-ເມືອງຫີນເຫີບ ພົບເຫັນລົດຍີ່ຫໍ້ໂຕໂຍຕ້າປຣາໂດ້ ໝາຍເລກທະບຽນ ນຮ 9000 ຈອດປະໄວ້ຢູ່ແຄມທາງຈຶ່ງໄດ້ນໍາກັບຄືນມາມອບໃຫ້ເຈົ້າຂອງເດີມສ່ວນຄົນຮ້າຍແມ່ນໄດ້ເອົາຕົວຫຼົບໜີ.