ມອບເງິນຊຸກຍູ້ວຽກງານ 3 ອົງການຈັດຕັ້ງມະຫາຊົນ ແຂວງຊຽງຂວາງ

0
997

ໃນວັນທີ 4 ກັນຍາ 2020, ບໍລິສັດແຮ່ຄຳໂກເອໂກ ຈຳກັດຜູ້ດຽວ ມອບເງິນ ຈໍານວນ 2.500.000 ກີບ ໃຫ້ຮາກຖານຊາວໜຸ່ມ, ຮາກຖານສະຫະພັນກຳມະບານ ແລະ ຮາກຖານສະຫະພັນແມ່ຍິງ ແຂວງຊຽງຂວາງ ເພື່ອຊຸກຍູ້ວຽກງານ 3 ອົງການຈັດຕັ້ງມະຫາຊົນ.

ບໍລິສັດແຮ່ຄຳໂກເອໂກ ຈຳກັດຜູ້ດຽວ ມອບເງິນ ຈຳນວນ 2.500.000 ກີບ ໃຫ້ 3 ອົງການຈັດຕັ້ງມະຫາຊົນ ແຂວງຊຽງຂວາງ
ບໍລິສັດແຮ່ຄຳໂກເອໂກ ຈຳກັດຜູ້ດຽວ ມອບເງິນ ຈຳນວນ 2.500.000 ກີບ ໃຫ້ 3 ອົງການຈັດຕັ້ງມະຫາຊົນ ແຂວງຊຽງຂວາງ

ຕາງໜ້າມອບໂດຍ ທ່ານ ຟຸ່ງ ຫົວໜ້າການເງິນບໍລິສັດ ແຮ່ຄໍາໂກເອໂກ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ, ກ່າວຮັບ ໂດຍ ທ່ານ ຄຳພູ ນວນທະຈັກ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ທ່ານຫົວໜ້າຫ້ອງວ່າການແຂວງ ກໍໄດ້ມອບໃບກຽດຕິຄຸນໃຫ້ບໍລິສັດ ແຮ່ຄໍາໂກເອໂກ ຈຳກັດຜູ້ ດຽວ ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງສູງທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ; ສ່ວນເງິນຈຳນວນດັ່ງກ່າວແມ່ນຈະນຳໄປຊຸກຍູ້ວຽກງານ 3 ອົງການຈັດຕັ້ງມະຫາຊົນຫ້ອງວ່າການແຂວງ ເພື່ອສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານຫ້ອງວ່າການແຂວງ ແລະ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຊຽງຂວາງ ໃຫ້ມີຜົນສໍາເລັດຕາມຄາດໝາຍ.