ວຕປ ປະກາດເລື່ອນຊັ້ນ ແລະ ຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ

0
1804

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໃນວັນທີ 8 ກັນຍາ 2020, ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ຄໍາພັດ ສາລີວອນ ຮອງຫົວໜ້າອໍານວຍການ ວຕປ, ມີຕາງໜ້າຈາກບັນດາຫ້ອງ, ພະແນກ, ຄູ-ອາຈານ, ພະນັກງານ-ນັກຮົບກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ຮິ່ງນ້ອຍ ສຸກສະຫວັນ ຮອງຫົວໜ້າຫ້ອງການເມືອງ ວຕປ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຢູ່ ວຕປ ວ່າ:

ເພື່ອປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ລັດຖະມົນຕີ ກະຊວງ ປກສ ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ ສະຫາຍ ບຸນຕຽມ ເພຍສາຂາ ຫົວໜ້າຄະນະວິຊາການທະຫານ-ກິລາມວຍ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ ຢູ່ ວຕປ, ອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ ທີ່ມີຜົນງານແຕ່ບໍ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນຕາມກໍານົດເວລາ, ຕາມການຄົ້ນຄວ້ານໍາສະເໜີຂອງ ກົມໃຫຍ່ການເມືອງ ປກສ, ລັດຖະມົນຕີ ກະຊວງ ປກສ ຕົກລົງຂັ້ນ ດັດເງິນເດືອນ ຊັ້ນພັນໂທ ຂຶ້ນກິນເງິນເດືອນ ຊັ້ນພັນເອກ ຈໍານວນ 7 ສະຫາຍ ຄື:

  • ພັທ ຄໍາຕັນ ບຸນທອນອຸໄທ ຫົວໜ້າຫ້ອງການ
  • ພັທ ອ່ອນສີ ແກ້ວໂພໄຊ ຫົວໜ້າຫ້ອງການເມືອງ
  • ພັທ ທອງລາ ນາມມະວົງ ຫົວໜ້າຫ້ອງພະລາທິການ
  • ພັທ ປອ ປັດສະຍາ ສີຫານາດ ຫົວໜ້າຄະນະວິຊາຈະລາຈອນ-ມອດໄຟ
  • ພັທ ປອ ມີໄຊ ໄຊສົງຄາມ ຫົວໜ້າຄະນະວິຊາສືບສວນ-ສອບສວນ
  • ພັທ ພຸດທະສອນ ແກ່ນພິມ ຫົວໜ້າຄະນະວິຊາເຕັກນິກຂໍ້ມູນໄອທີ
  • ພັທ ແສງທອງ ເສົາຄໍາ ຫົວໜ້າຄະນະວິຊານິຕິເວດວິທະຍາ

ໃນພິທີ, ພັອ ຄໍາພັດ ສາລີວອນ ໄດ້ສະແດງຄວາມຍ້ອງຍໍຊົນເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ເຊິ່ງແມ່ນນະໂຍບາຍອັນມີກຽດສະຫງ່າງາມຈາກພັກ-ລັດ ກໍຄື ການຈັດຕັ້ງທີ່ມີຕໍ່ຄວາມຮູ້-ຄວາມສາມາດ, ສະຕິປັນຍາ, ເຫື່ອແຮງ, ຄວາມເສຍສະຫຼະ ທີ່ສະຫາຍໄດ້ປະກອບສ່ວນປະຕິບັດໜ້າທີ່ການເມືອງ ທີ່ພັກລັດມອບໝາຍໃຫ້ຈົນມີຜົນສຳເລັດ ແລະ ເພື່ອເປັນການຕອບແທນເຖິງຜົນງານເຫຼົ່ານັ້ນ ຢ່າງໜ້າສັນລະເສີນ.