ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9
ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9

ໃນວັນທີ 10 ກັນຍາ 2020, ສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ຈັດພິທີ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I; ເຜີຍແຜ່ໂດຍ ພັອ ຄຳສາຍ ພັນດານຸວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ ປກສ ແຂວງ; ຄະນະຫ້ອງ, ຄ້າຍຄຸ້ມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ແລະ ພະນັກງານ-ນັກຮົບທົ່ວ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັອ ຄຳສາຍ ພັນດານຸວົງ ກ່າວວ່າ: ຜົນສຳເລັດກອງປະຊຸມສະມັນໄໝສາ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ແມ່ນໄດ້ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ເດືອນ; ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍ ປີ 2020 ແລະ ການດັດແກ້ຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020; ຮັບຟັງການລາຍງານ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນຕົ້ນປີ 2020 ແລະ ການສະເໜີດັດແກ້ແຜນ ງົບປະມານແຫ່ງລັດ ປະຈຳປີ 2020; ຮັບຟັງການລາຍງານ ແລະ ຮັບຮອງບົດລາຍງານຜົນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ (ການຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ຫີນຜາ, ການຂຸດຄົ້ນຫີນແຮ່, ຊາຍ, ດິນດຳ ແລະ ດິນແດງ ); ຮັບຮອງເອົາ ທ່ານ ລີເບີ ລີບົວປາວ ສະມາຊິກສະພາ ແຫ່ງຊາດເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ເປັນກຳມະການຄະນະປະຈໍາສະພາແຫ່ງຊາດ ພ້ອມທັງເປັນປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ຊາດ ຕາມ ການສະເໜີຂອງຄະນະປະຈຳສະພາແຫ່ງ ຊາດ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງບາງມາດຕະການຂອງກົດໝາຍ ຈຳນວນ 6 ສະບັບຄື: 1 ກົດໝາຍວ່າດ້ວຍພາສີ, 2 ກົດໝາຍ ວ່າດ້ວຍສະພາແຫ່ງຊາດ, 3 ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ, 4 ກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, 5 ກົດໝາຍ ວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ, 6 ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ; ຈາກນັ້ນ, ບັນດາຄະນະສະມາຊິກສະພາ ກໍໄດ້ຜັດປ່ຽນກັນຂຶ້ນຜ່ານບັນດາເອກະສານສຳຄັນຕ່າງໆເຊັ່ນ: ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົງຈັກການຈັດຕັ້ງສະພາປະຊາຊົນແຂວງບໍລິຄຳໄຊ.