ຍົກລະດັບວຽກງານກວດກາ ໃຫ້ພະນັກງານທົ່ວເມືອງໄຊເສດຖາ

0
1216

ວັນທີ 16 ກັນຍາ 2020, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຝຶກອົບຮົມ ວຽກງານກວດກາ ເພື່ອຍົກລະດັບໃຫ້ເລຂາ ແລະ ຜູ້ທີ່ເຮັດວຽກງານກວດກາ ປະຈໍາໜ່ວຍພັກ ທົ່ວເມືອງໄຊເສດຖາ ໃຫ້ມີຄວາມຊຳນານໃນການປະຕິບັດໜ້າທີ່ໃຫ້ສູງຂຶ້ນອີກບາດກ້າວໜຶ່ງ, ການເປັນປະທານໂດຍ ທ່ານ ບຸນສີ ກອງບຸດ ຮອງປະທານຄະນະກວດກາພັກ-ຮອງປະທານອົງການກວດກາລັດ ນະຄອນຫຼວງວຽງຈັນ; ມີທ່ານ ປອ ໂພຄໍາ ໄຊຍະສອນ ເລຂາພັກເມືອງ ເຈົ້າເມືອງໆໄຊເສດຖາ ພ້ອມດ້ວຍ ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ເລຂາໜ່ວຍພັກ ແລະ ຜູ້ເຮັດວຽກງານກວດກາ ປະຈໍາໜ່ວຍພັກ ອ້ອມຂ້າງເມືອງໄຊເສດຖາ ເຂົ້າຮ່ວມ.

ເອກະສານທີ່ນໍາມາຝຶກອົບຮົມ ມີຄື ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ ແລະ ວຽກງານສະກັດກັ້ນຕ້ານການສໍ້ລາດບັງຫຼວງ; ວຽກງານຄົ້ນຄວ້າຄໍາຮ້ອງຟ້ອງຮ້ອງທຸກ ແລະ ຄໍາສະເໜີ, ສິດ ແລະ ໜ້າທີ່ຂອງການຈັດຕັ້ງຮາກຖານພັກຂອງຄະນະກວດກາພັກແຕ່ລະຂັ້ນ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ.

ວຽກງານຕິດຕາມກວດກາ ແລະ ການຕິດຕາມກວດກາຂອງຄະນະກວດກາຄະນະພັກຮາກຖານ ແລະ ຜູ້ກວດກາໜ່ວຍພັກຢູ່ຮາກຖານພັກບ້ານ, ເອກະສານກົງ ຈັກການຈັດຕັ້ງ ແລະ ພາລະບົດບາດຂອງຄະນະກວດກາພັກ ອົງການກວດກາລັດເມືອງ ພາລະບົດບາດຂອງຜູເຮັດວຽກ ງານກວດກາໜ່ວຍພັກ, ຮາກຖານພັກ, ເຜີຍແຜ່ເອກະສານໂດຍ ທ່ານ ບຸນປີງ ປັນຍາຈິດ ຮອງເຈົ້າເມືອງໆໄຊເສດຖາ​.

ໃນໂອກາດດັ່ງກ່າວ; ທ່ານເຈົ້າເມືອງໆໄຊເສດຖາ ຮຽກຮ້ອງມາຍັງ ນັກສໍາມະນາກອນເອົາໃຈໃສ່ໃນການຝຶກອົບຮົມ ເພື່ອນໍາເອົາບົດຮຽນໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ສະເພາະຄະນະກວດກາແຕ່ລະຂັ້ນຕ້ອງປະຕິບັດຫຼັກການລວມສູນປະຊາທິປະໄຕ, ຍຶດໝັ້ນຫຼັກການປະສານສົມທົບ, ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງ.

ເພື່ອຄວາມເປັນເອກະພາບ ແລະ ມີການລາຍງານຂໍທິດຊີ້ນາໍຈາກຂັ້ນເທິງເປັນປົກກະຕິ, ການຄົ້ນຄວ້າຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ ຕ້ອງຮັບປະກັນຖືກຕ້ອງຕາມລະບຽບກົດ  ໝາຍ, ມີຄວາມຍຸຕິທຳ, ພາວະວິໄສ, ໂປ່ງໃສ, ປົກປ້ອງໄດ້ສິດ ແລະ ຜົນປະໂຫຍດຂອງລັດ ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນຄວາມສະຫງົບ ແລະ ມີຄວາມສາມັກຄີພາຍໃນ.