ຝຶກອົບຮົມວຽກງານ ຈົດທະບຽນສຳມະໂນຄົວ-ອອກບັດປະຈຳຕົວດ້ວຍລະບົບທັນສະໄໝ
ຝຶກອົບຮົມວຽກງານ ຈົດທະບຽນສຳມະໂນຄົວ-ອອກບັດປະຈຳຕົວດ້ວຍລະບົບທັນສະໄໝ

ໃນວັນທີ 10-11 ກັນຍາ 2020, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (509) ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ຈັດ ຝຶກອົບຮົມວຽກງານ ຈົດທະບຽນສຳມະໂນຄົວ ແລະ ອອກບັດປະຈຳຕົວດ້ວຍລະບົບທັນສະໄໝ ໃຫ້ພະນັກງານ-ນັກຮົບທີ່ກ່ຽວຂ້ອງ; ເປັນປະທານໂດຍ ພັທ ສຸລິເດດ ອາລຸ່ນສັກ ຫົວໜ້າຫ້ອງ 509, ມີຄະນະນຳກອງບັນຊາການ ປກສ ເມືອງ 10 ຕົວເມືອງ ອ້ອມຂ້າງແຂວງ ແລະ ຕະຫຼອດຮອດພະນັກງານ-ນັກ ຮົມ.

ພັຕ ນາງ ຂັນທະລີ ຂັນທະຍອດ ຫົວໜ້າພະແນກສັງລວມຈັດຕັ້ງ ໄດ້ຜ່ານຂໍ້ຕົກລົງເລກທີ 416/ ປກສ.ຄມ ລົງວັນທີ 31 ສິງຫາ 2020 ວ່າດ້ວຍການອະນຸມັດເປີດຝຶກອົບຮົມໄລຍະສັ້ນວຽກງານວິຊາສະເພາະຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ຈຸດປະສົງການເປີດຝຶກອົບຮົມໃນຄັ້ງນີ້, ກໍເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານວິຊາການໃຫ້ຮັບຮູ້ເຖິງຄວາມໝາຍ ຄວາມສຳຄັນຂອງວຽກງານວິຊາສະເພາະຮັບຮູ້ເຖິງພາລະບາດໜ້າທີ່ວຽກງານຂອງຕົນເອງ, ບັນດາເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີ: ເອກະສານວຽກງານຈົດທະບຽນສຳມະໂນຄົວແບບ ໃໝ່; ເອກະສານວຽກງານອອກບັດປະ ຈຳຕົວແບບໃໝ່ ແລະ ເອກະສານວຽກ ງານ ປກສ ກຸ່ມ-ປກສ ບ້ານ.

ຈາກນັ້ນ, ນັກສຳມະນາກອນທີ່ເຂົ້າຮ່ວມໃນພິທີໄດ້ຜັດປ່ຽນຄວາມຄິດເຫັນຢ່າງກົງໄປ-ກົງມາ ເພື່ອພ້ອມກັນແກ້ຂໍ້ຂ້ອງໃຈ ແລະ ໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ທາງຄະນະປະທານ ຍັງໄດ້ຮຽກຮ້ອງໃຫ້ບັນດານາຍ ແລະ ພົນຕຳຫຼວດຍົກສູງຄວາມຮັບຜິດຊອບ ຕົນເອງດ້ວຍການເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຄວາມເປັນເຈົ້າການໃນການຄົ້ນຄິດຢ່າງເລິກເຊິ່ງຕໍ່ເນື້ອໃນເອກະສານແລ້ວນຳໄປຈັດຕັ້ງປະຕິບັດໃຫ້ຖືກກັບສະພາບຄວາມເປັນຈິງ.