ເມືອງແກ່ນທ້າວ ເຜີນແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ
ເມືອງແກ່ນທ້າວ ເຜີນແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວແຂວງໄຊຍະບູລີ ຄັ້ງທີ VII ໃນວັນທີ 10 ກັນຍາ 2020; ເປັນປະທານໂດຍ ສະຫາຍ ຈິນດາ ກະທາທອງ ເລຂາຄະນະບໍລິຫານງານຊາວ ໜຸ່ມເມືອງແກ່ນທ້າວ, ມີຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະໜ່ວຍຊາວ ໜຸ່ມສໍານັກງານ, ອົງການ, ກົມກອງ, ບ້ານເທດສະບານ ແລະ ສະມາຊິກຊາວ ໜຸ່ມພາຍໃນເມືອງ ເຂົ້າຮ່ວມ.

ສະຫາຍ ຈິນດາ ກະທາທອງ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວແຂວງໄຊຍະບູລີ ຄັ້ງທີ VII ວ່າ: ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວແຂວງໄຊຍະບູລີ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງຢ່າງເປັນທາງການໃນວັນທີ 11 ກໍລະກົດ 2020 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ; ພາຍໃຕ້ການເປັນປະທານຂອງ ສະຫາຍ ໜູໄຊ ນໍກີຢາ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດ ລາວແຂວງໄຊຍະບູລີ, ໂດຍມີຜູ້ແທນກອງປະຊຸມເຂົ້າຮ່ວມ 240 ກວ່າສະຫາຍ ຍິງ 50 ກວ່າສະຫາຍ.

ກອງປະຊຸມໄດ້ຕົກລົງເປັນເອກະພາບຮັບຮອງເອົາຮ່າງລາຍງານການເມືອງທັງ 2 ພາກ, ບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານຊາວໜຸ່ມແຂວງ ຊຸດທີ VI, ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາໆພາ ແລະ ການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນໄລຍະຜ່ານມາ ແລະ ເປັນເອກະພາບກັນຮັບຮອງວຽກງານຈຸດສຸມ 5 ປີຕໍ່ໜ້າ ແຕ່ປີ 2020-2024, ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຈາກ ຄອບຄົວຊາວໜຸ່ມຕົວແບບ; ຕາງໜ້າສະມາຊິກເຍົາວະຊົນຕົວແບບຮຽນດີ-ຮຽນເກັ່ງຮັບຮອງເອົາຄະນະບໍລິຫານ ງານຊາວໜຸ່ມແຂວງຊຸດໃໝ່ ຈໍານວນ 33 ສະຫາຍ ຍິງ 10 ສະຫາຍ; ໃນນີ້, ໄດ້ເລືອກເອົາຄະນະປະຈໍາຄະນະບໍລິຫານງານຊາວໜຸ່ມແຂວງ 11 ສະຫາຍ ຍິງ 2 ສະຫາຍ ແລະ ເລືອກເອົາ ສະຫາຍ ໜູໄຊ ນໍກີຢາ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ, ສະຫາຍ ອານຸສິດ ມະໂນສິນ, ສະຫາຍ ນາງ ແສງທອງ ແພງດີ ແລະ ສະຫາຍ ທອງດີ ບົວຜາ ເປັນຮອງເລຂາ.

ກອງປະຊຸມຄັ້ງນີ້, ຍັງໄດ້ມອບໃບຍ້ອງຍໍຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ຮາກຖານຊາວໝຸ່ມ, ໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະ 5 ປີ ຜ່ານມາ ແລະ ມອບໃບຍ້ອງຍໍຂອງຄະນະບໍລິຫານງານຊາວໜຸ່ມແຂວງ ໃຫ້ກົມກອງລວມໝຸ່ ແລະ ສະມາຊິກຊາວໜຸ່ມທີ່ມີຜົນງານປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານພັດທະນາຊາວໜຸ່ມ-ເຍົາວະຊົນພາຍໃນແຂວງໄຊຍະບູລີ ໃນໄລຍະ 5 ປີຜ່ານມາຕື່ມອີກ.