ກາແດງລາວ ຈັດກິດຈະກໍາ ວັນປະຖົມພະຍາບານໂລກ

0
902

ອົງການກາແດງລາວ ຮ່ວມກັບໂຮງຮຽນ ມສ ໂພນທັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2020 ໃນວັນທີ 16 ກັນຍາຜ່ານມາ, ໂດຍມີ ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ພ້ອມດ້ວຍທ່ານ ສົມສະນິດ ໄຊຊະນະວົງ ອໍານວຍການໂຮງຮຽນ ມສ ໂພນທັນ, ມີ ພະນັກງານຄູ-ອາຈານ, ພະນັກງານກອງສົ່ງເສີມສຸຂະພາບຊຸມຊົນ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ທ່ານ ຮສ ດຣ ສິງ ເມໂນລາດ ກ່າວວ່າ: ວັນປະຖົມພະຍາບານໂລກ ແມ່ນວັນທີ່ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນເປັນຜູ້ລິ ເລີ່ມຂຶ້ນ ເພື່ອໃຫ້ຄວາມຮູ້, ຄວາມສໍາຄັນ ຂອງການປະຖົມພະຍາບານ ໂດຍສະ ເພາະ ໃນດ້ານຄວາມຮູ້, ທັກສະ ແລະ ເປັນການຝຶກອົບຮົມດ້ານການປະຖົມພະຍາບານ ທັງໃນຊີວິດປະຈໍາວັນ ແລະ ໃນຍາມເກີດໄພພິບັດ. ສະນັ້ນ ເພີ່ນຈຶ່ງໄດ້ຖືເອົາວັນເສົາໃນອາທິດ ທີ່ສອງເດືອນກັນຍາ ຂອງທຸກໆປີເປັນວັນປະຖົມພະຍາບານໂລກ, ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ເປັນຄູຝຶກປະຖົມພະຍາບານທີ່ນໍາໜ້າໃນໂລກ ແລະ ເປັນຜູ້ສະໜອງການປະຖົມພະຍາບານ ຫຼາຍກວ່າ 150 ປີມາແລ້ວ ແລະ ໃນປີ 2016 ມີຫຼາຍກວ່າ 15 ລ້ານຄົນໄດ້ຮັບການຝຶກອົບຮົມປະຖົມພະຍາບານໃນທົ່ວໂລກ ຈາກ 190 ປະເທດ.

ສະເພາະອົງການກາແດງລາວ ວຽກງານປະຖົມພະຍາບານ ແມ່ນວຽກງານໜຶ່ງ ທີ່ຢູ່ພາຍໃຕ້ກອງສົ່ງເສີມສຸຂະ ພາບຊຸມຊົນຂອງອົງການກາແດງລາວ, ການຝຶກອົບຮົມປະຖົມພະຍາຍບານ ຂອງອົງການກາແດງລາວ ແມ່ນໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ການປະຖົມພະຍາຍບານຍັງມີຄວາມຕ້ອງການຢູ່ຫຼາຍພື້ນທີ່ ໂດຍສະເພາະແມ່ນສະຖານທີ່ເຮັດວຽກ ແລະ ສະຖານທີ່ບໍລິ ການຕ່າງໆ.

ດັ່ງນັ້ນ, ຈຶ່ງໄດ້ສ້າງຕັ້ງໜ່ວຍງານປະຖົມພະຍາບານຂຶ້ນ ທີ່ນະຄອນຫຼວງວຽງຈັນ ແລະ ໃນ 18 ແຂວງທົ່ວປະເທດ; ຕະຫຼອດໄລຍະ 1 ປີຜ່ານມາ ສາມາດຈັດຝຶກອົບຮົມປະຖົມພະຍາບານໃຫ້ຄູ-ອາຈານ, ນັກຮຽນ, ພະນັກງານທະຫານ-ຕໍາຫຼວດ, ພະນັກງານບໍລິສັດ ແລະ ອາສາສະໝັກ ອົງການການແດງລາວ ເຊິ່ງມີຜູ້ເຂົ້າຮ່ວມ 427 ຄົນ ຍິງ 120 ຄົນ. ສໍາລັບການຈັດກິດຈະກໍາໃນຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຮັບຊົມການສາທິດ ແລະ ລົງມືປະຕິບັດຕົວຈິງໃນຫົວຂໍ້ການປໍ້າຫົວໃຈທຽມ CPR ສໍາລັບຜູ້ໃຫຍ່, ການປໍ້າຫົວໃຈທຽມ CPR ສໍາລັບເດັກນ້ອຍ, ການຊ່ວຍເຫຼືອຄົນແຄ້ນອາຫານ, ຊ່ວຍເຫຼືອຄົນເປັນລົມ, ວິທີການຫ້າມເລືອດ, ການຄົງທີ່ກະດູກແຂນຫັກ-ຂາຫັກ ແລະ ວິທີເຄື່ອນຍ້າຍຄົນເຈັບ.