ກະຊວງການເງິນ ແຈ້ງປະມູນລົດ 15 ຄັນ

0
1466

ກະຊວງການເງິນ ແຈ້ງປະມູນລົດ 15 ຄັນ ເປີດຊອງປະມູນ 1 ຕຸລາ ນີ້ ທີ່ຫ້ອງການກະຊວງການເງິນ, ແຈ້ງມາຍັງບັນດາທ່ານ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນລົດຊາຍ, ປັດຈຸບັນ ກະຊວງການເງິນ ມີຈຸດປະສົງ ຈະສະສາງພາຫະນະເກົ່າ ງວດ 5 ແລະ ງວດ 6 ຈຳນວນ 15 ຄັນ ທີ່ເຈົ້າໜ້າທີ່ ໄດ້ຢືດ (ສານ ຍັງບໍ່ທັນຕັດສິນ)

ດ້ວຍຮູບການປະມູນຂາຍແບບເປີດກວ້າງ, ຫາກທ່ານໃດ ມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລາຍລະ ອຽດ ແມ່ນໃຫ້ຕິດຕໍ່ ແລະ ຊື້ຊອງປະມູນໄດ້ ທີ່ພະແນກຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ​ ກົມຄຸ້ມຄອງຊັບສິນຂອງລັດ​ ກະຊວງການເງິນ.​

ເບິ່ງລົດຕົວຈິງໄດ້ທີ່ເດີ່ນຈອດລົດ ກະຊວງການເງິນ ຕາມວັນ ແລະ ເວລາທີ່ກຳນົດຄື
+ ວັນຈັນ-ວັນສຸກ ພາກເຊົ້າ: 8:30 ໂມງ – 11:30 ໂມງ.

+ ວັນຈັນ- ວັນສຸກ ພາກບ່າຍ: 13:30 ໂມງ- 16:00 ໂມງ.
ການຂາຍຊອງປະມູນ ແມ່ນເລີ່ມແຕ່ວັນທີ 14/09/2020 ຫາ 30/09/2020​ ຕາມວັນ ແລະ ເວລາລັດຖະການ.​

ພ້ອມດຽວກັນ ຈະໄດ້ຈັດພິທີເປີດຊອງປະມູນໂດຍຊ່ອງໜ້າຄະນະກຳມະການ ແລະ ຜູ້ເຂົ້າຮ່ວມປະມູນ ໃນວັນທີ
1/10/2020 ເວລາ 9:00 ໂມງ, ທີ່ຫ້ອງປະຊຸມ ຊັ້ນ 4 ກະຊວງການເງິນ.