ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ເມືອງຈັນທະບູລີ ຄັ້ງທີ 2 ສະໄໝທີ VII

0
940

ຄະນະບໍລິຫານພັກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 2 ສະໄໝທີ VII ຂຶ້ນໃນວັນທີ 17 ກັນຍາ 2020, ໂດຍມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ, ພ້ອມດ້ວຍ ທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງໆຈັນທະບູລີ, ມີບັນດາຄະນະພັກ-ຄະນະນໍາ, ຫ້ອງ ການ, ພະແນກ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ເພັດສະໄໝ ນັດຜາສຸກ ຮອງເຈົ້າເມືອງຈັນທະບູລີ ໄດ້ຂຶ້ນຜ່ານບົດສະຫຼຸບ ການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກ ປະຈໍາ 3 ເດືອນ ( ມິຖຸນາ, ກໍລະກົດ, ສິງຫາ ) 2020 ວ່າ: ຜ່ານມາ, ຂົງເຂດການ ເມືອງ-ແນວຄິດ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ຖືສໍາຄັນບົນພື້ນຖານການກໍາແໜ້ນບັນດາເນື້ອໃນຈິດ ໃຈຂອງມະຕິກອງປະຊຸມໃຫຍ່ ແຕ່ລະຂັ້ນຢ່າງຕໍ່ເນື່ອງ, ຖືເອົາການສຶກສາອົບ ຮົມການເມືອງ-ແນວຄິດ ຕິດພັນກັບການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິຄໍາສັ່ງຂອງຂັ້ນເທິງ ຕິດພັນກັບການປາຖະກະຖາເລົ່າມູນເຊື້ອຂອງພັກ, ຂອງຊາດ ແລະ ຂະບວນຮັກຊາດ-ພັດທະນາ, ໄດ້ຄົ້ນຄວ້າ ແລະ ກໍານົດແຜນດໍາເນີນງານ, ແຜນດໍາເນີນຊີວິດການ ເມືອງຢ່າງຈະແຈ້ງ ແລະ ມີຈຸດສຸມ, ຄະນະພັກແຕ່ລະຂັ້ນໄດ້ນໍາພາປັບປຸງແຜນດໍາເນີນງານຂອງຕົນ. ຍົກສູງຄວາມຮັບຜິດຊອບໃນການເຄື່ອນໄຫວປະຕິບັດຕົວຈິງ, ສາມາຊິກພັກ, ພະນັກງານ-ລັດຖະກອນ ແມ່ນຮັກສາໄດ້ຄຸນທາດການເມືອງປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດໄດ້ເປັນຢ່າງດີ, ປະຊາຊົນບັນດາເຜົ່າມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີຄວາມເຊື້ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມຕື່ນຕົວສູງເປັນເຈົ້າ ການປະກອບ ສ່ວນເຂົ້າຮ່ວມທຸກຂະບວນການ ແລະ ທໍາມາຫາກິນຖືກຕ້ອງຕາມກົດໝາຍ.

ທິດທາງແຜນການປະຈໍາ 4 ເດືອນ ທ້າຍປີ 2020, ຄະນະບໍລິຫານພັກ ເມືອງຈັນທະບູລີ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດຄົ້ນຄວ້າເຊື່ອມຊຶມ, ຈັດຕັ້ງປາຖະກະຖາ, ເລົ່າມູນເຊື້ອ ແລະ ເຜີຍແຜ່ເອກະສານສໍາຄັນຂອງພັກ, ຂອງຊາດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງເລິກເຊິ່ງ ແລະ ທົ່ວເຖິງ, ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງຈັນທະບູລີ ໃຫ້ເປັນຮູບປະທໍາ, ນໍາພາຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ເລກທີ 107/ກມ.ສພ ວ່າດ້ວຍການພັດທະນາ ນວ ໃນໄລຍະໃໝ່, ມະຕິເລກທີ 108/ກມ.ສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາ ຊົນຂອງພັກໃນໄລຍະໃໝ່ ແລະ ມະຕິເລກທີ 112/ຄບສພ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ບັນດາຄໍາສັ່ງ, ແຈ້ງການຕ່າງໆ ລົງສູ່ຮາກຖານໃຫ້ກວ້າງຂວາງ ແລະ ທົ່ວເຖິງ.