ຝຶກວິທີມອດໄຟໄໝ້ ໃຫ້ແມ່ຄ້າຕະຫຼາດສີຂຽວດອນກອຍ

0
785

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ລົງແນະນໍາວິທີນໍາໃຊ້ບັ້ງມອດໄພ ແລະ ການດັບ-ມອດໄຟໄໝ້ໃນກໍລະນີສຸກເສີນ ຈາກການຮົ່ວໄຫຼຂອງຖັງແກັດ ໃຫ້ແມ່ຄ້າ-ຊາວຂາຍ ແລະ ຈັດສັນຕະຫຼາດສີຂຽວດອນກອຍ ໃນວັນທີ 16 ກັນຍາ ຜ່ານມາ, ໂດຍມີ ທ່ານ ນາງ ສົມປອງ ວົງຄໍາພາ ຫົວໜ້າຈັດສັນຕະຫຼາດສີຂຽວດອນກອຍ ເຂົ້າຮ່ວມ.

 ພັຕ ບຸນມີ ແສງອາລຸນ ຮອງຫົວໜ້າກອງໂຄສະນາ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກ່າວວ່າ: ປັດຈຸ ບັນ, ການນໍາໃຊ້ຖັງແກັດໃນຊີວິດປະຈໍາວັນ ແມ່ນມີເກືອບທຸກຄົວເຮືອນ ແລະ ຢູ່ຕາມຕະຫຼາດ, ຮ້ານອາຫານ ເນື່ອງຈາກວ່າ ຊ່ວຍໃນການອໍານວຍຄວາມສະ ດວກ, ວ່ອງໄວໃນການນໍາໃຊ້ ແຕ່ອາດສົ່ງຜົນເສຍຫາຍໄດ້ ຖ້າຫາກວ່າ ຜູ້ນໍາໃຊ້ຂາດສະຕິເລີນເລີ້ ດ້ວຍການລືມປິດຫົວແກັດ ຫຼື ປິດບໍ່ແຈບ ເຮັດໃຫ້ອາຍແກັດມີການຮົ່ວໄຫຼ ເມື່ອອາຍແກັດກະທົບກັບສະແສໄຟ ຫຼື ຄວາມຮ້ອນ ຈະເຮັດໃຫ້ອັກຄີໄພເກີດຂຶ້ນໄດ້ງາຍ. ສາເຫດດັ່ງກ່າວ ເກີດມາຈາກການຂາດສະຕິໃນການນໍາໃຊ້ອຸປະກອນໄຟຟ້າ, ກ່ອງເຕີໄຟເກົ່າ-ບໍ່ມີການປ່ຽນຖ່າຍ ຫຼື ການໃຕ້ທູບທຽນແລ້ວບໍ່ດັບມອດ ເຮັດໃຫ້ໄຟໄໝ້ລຸກລາມສົ່ງຜົນສະທ້ອນ ແລະ ສ້າງຄວາມເສຍຫາຍດ້ານຊັບສິນ ທັງສ່ວນຕົວ-ລວມໝູ່ ຫຼື ຮ້າຍແຮງກວ່ານັ້ນ ອາດນໍາໄປສູ່ການສູນເສຍຊີວິດຂອງຄົນໃນຄອບຄົວ.

ດັ່ງນັ້ນ, ເພື່ອເປັນການປ້ອງກັນແລະຕ້ານ ບໍ່ໃຫ້ມີການເກີດອັກຄີໄພ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ຈຶ່ງໄດ້ລົງແນະນໍາ ແລະ ຝຶກຕົວຈິງໃຫ້ແມ່ຄ້າ-ຊາວຂາຍ ມີຄວາມສາມາດໃນການນໍາໃຊ້ບັ້ງມອດໄຟຢ່າງຊໍານິຊໍານານ, ຄ່ອງແຄ້ວ ແລະ ທັນກັບສະພາບການໃນກໍລະນີທີ່ມີໄຟໄໝ້.