ຫົວໜ້າ ປກສ ແຂວງເຊກອງ ລົງຊຸກຍູ້ກວດກາ ວຽກງານກໍ່ສ້າງຮາກຖານ ກຸ່ມປາກໄຊ

0
1097

ວັນທີ 16 ກັນຍາ 2020, ພັອ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມຄະນະໄດ້ລົງຊຸກຍູ້, ຕິດຕາມ, ກວດກາ ພະນັກງານທີ່ລົງກໍ່ສ້າງນຮາກຖານການເມືອງຢູ່ ກຸ່ມ 7 ປາກໄຊ ປກສ ເມືອງກະລືມ ເພື່ອໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດ ທິພາບດີຂຶ້ນກວ່າເກົ່າ.

ພັທ  ບົວຜົນ ແກ້ວດວງສີ ໄດ້ລາຍງານຫຍໍ້ວ່າ: ກຸ່ມ 7 ປາກໄຊ ແມ່ນກຸ່ມໜຶ່ງທີ່ຂຶ້ນກັບ ປກສ ເມືອງກະລືມ ແຂວງເຊກອງ ກຸ່ມ 7, ມີ 7 ບ້ານ ຄື: ບ້ານລະກາຍ, ບ້ານຖຳເດັ້ງ, ບ້ານຕະລາງໃໝ່,  ບ້ານບາກ, ບ້ານກຸງ, ບ້ານທົ່ງແຄນ, ບ້ານທົ່ງແຄມ; ການດໍາລົງຊິວິດຂອງປະຊາຊົນ ສ່ວນຫຼາຍແມ່ນເຮັດໄຮ່ ອາໄສທຳມະຊາດເປັນບ່ອນທຳມາຫາກິນ, ມີເສັ້ນທາງອອກສູ່ແຂວງສາລະວັນ ເປັນເງື່ອນໄຂສະດວກ ໃນການໄປ-ມາຄ້າຂາຍ, ວຽກງານກວດກາເກັບກຳສະຖິຕິພົນລະເມືອງໄດ້ 4 ບ້ານ ມີຈຳນວນພົນ 1257 ຄົນ ຍິງ 594 ຄົນ, ມີ 216 ຄອບຄົວ, ມີ 170 ຫຼັງຄາເຮືອນ, ຄົນຕ່າງປະເທດມີ 3 ຄົນ, ສັນຊາດເຊື້ອຊາດຫວຽດນາມ, ອາຊີບພິເສດ ແລະ ພາຫະນະພິເສດມີປະເພດລົດໄຖ 45 ຄັນ, ລົດໃຫຍ່ 7 ຄັນ, ເກັບກູ້ອາວຸດລ້າເນື້ອ ປືນແກັບໄດ້ 8 ກະບອກ.

ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໄດ້ເນັ້ນໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານ ເກັບກຳສະພາບການລັກລອບຄ້າຂາຍຢາເສບຕິດ, ຂີ້ລັກ-ງັດເງາະ, ເກັບກຳສະຖິຕິການຂຶ້ນສຳມະ ໂນຄົວ, ກວດກາຄົນເຂົ້າອອກເມືອງ, ເກັບກຳເປົ້າໝາຍໃນການຄ້າຂາຍເຖື່ອນ, ອາວຸດລ່າເນື້ອ ພ້ອມທັງ ປັບປຸງແບບແຜນວິທີເຮັດວຽກ, ເພີ່ມທະວິຄວາມສະມັກຄີພາຍໃນ ໃຫ້ໜັກແໜ້ນຂຶ້ນກວ່າເກົ່າ.