ຊຸກຍູ້ຈັດຕັ້ງປະຕິບັດ 4 ບຸກໃຫ້ຊາວໜຸ່ມກົມໃຫຍ່ສັນຕິບານ

0
691

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ລົງຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃຫ້ຄະນະບໍລິ ຫານງານຊາວໜຸ່ມກົມໃຫຍ່ສັນຕິ ບານ ໃນວັນທີ 24 ກັນຍາ 2020, ມີ ສະຫາຍ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ພ້ອມດ້ວຍເລ ຂາ-ຮອງເລຂາ ແລະ ຄະນະຊາວໜຸ່ມກົມໃຫຍ່ສັນຕິບານ ເຂົ້າຮ່ວມ.

ໃນພີທີ, ສະຫາຍ ພັຕ ອານຸລັກ ບົວບານ ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ສັນຕິບານ ໄດ້ລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງພາລະບົດບາດ, ຈໍານວນພົນ, ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໂດຍສະເພາະແມ່ນວຽກງານນໍາພາການເມືອງແນວຄິດ, ການນໍາພາວຽກງານວິຊາສະເພາະ ແລະ ຂະບວນການ, ການປະຕິບັດວຽກງານນະໂຍບາຍ-ແກ້ໄຂຊີວິດການເປັນຢູ່, ວຽກງານປ້ອງກັນກົມກອງ, ການປັບປຸງການຈັດຕັ້ງ, ວຽກງານພົວພັນ ແລະວຽກງານ 4 ບຸກ ເປັນຕົ້ນແມ່ນດ້ານດີເຮັດໄດ້ ແລະດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງສຸມໃສ່ແກ້ໄຂໃຫ້ດີຂຶ້ນ.

ໃນໂອກາດນີ້, ສະຫາຍ ພັທ ບຸນຈັນ ອິນພົມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ສັນຕິບານ ທີ່ຍາດ ໄດ້ຜົນງານຫຼາຍດ້ານໃນໄລຍະຜ່ານມາ ເປັນຕົ້ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ນໍາພາປະຕິບັດວຽກງານວິຊາສະເພາະຢ່າງເຂັ້ມແຂງ.ຄຽງຄູ່ກັບຜົນສໍາເລັດດັ່ງກ່າວນີ້, ບັນ ດາສະຫາຍຕ້ອງສືບຕໍ່ເສີມຂະຫຍາຍພາລະບົດບາດ ແລະ ເປີດກວ້າງພົວພັນກັບພາຍນອກໃຫ້ຫຼາຍ ຂຶ້ນ ເປັນຕົ້ນແມ່ນ ຄະນະຊາວໜຸ່ມ 18 ກົມກອງ, ບັນດາກະຊວງ, ສໍານັກງານ-ອົງການ ເພື່ອແລກປ່ຽນ-ຖອດຖອນບົດຮຽນ ນອກນັ້ນ, ຕ້ອງ ເອົາໃຈໃສ່ໃນການເປີດກວ້າງຈັດຕັ້ງປະຕິບັດວຽກງານ 4 ບຸກ ຕິດພັນກັບ13 ໜ່ວຍຊາວໜຸ່ມຮາກຖານຂອງກົມ ແລ້ວມີການຕິດຕາມກວດ ກາໃນແຕ່ລະວຽກ ເຫັນວ່າບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້ໃນທຸກວຽກງານທີ່ຕັ້ງເປັນມາດຖານ ເຊັ່ນ: ວຽກ ງານສຶກສາອົບຮົມການ ເມືອງ-ແນວຄິດ, ການສ່ອງແສງລາຍງານ, ການນໍາພາຂອງຄະນະແຕ່ລະໜ່ວຍ, ການດໍາເນີນຊີວິດການເມືອງປະຈໍາເດືອນ, ໄຕມາດ ແລະ ປະຈໍາປີ ໃຫ້ເຫັນໄດ້ຢ່າງສັດເຈນເຖິງຂໍ້ດີ-ຂໍ້ຄົງຄ້າງແລ້ວພ້ອມກັນແກ້ໄຂໃຫ້ໄດ້ໂດຍໄວ.