ບ້ານດົງປ່າລານທ່າ ສະຫຼຸບການສ້າງຄອບຄົວປ້ອງກັນຄວາມສະຫງົບດີ

0
786

ບ້ານດົງປ່າລານທ່າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃນວັນທີ 25 ກັນຍາ ນີ້, ໂດຍມີ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ, ພັທ ບຸນສົງ ດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ພ້ອມດ້ວຍບັນ ດາຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພະນັກງານກໍ່ສ້າງຮາກຖານ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ນາງ ຄໍາຮືນ ສີສຸທໍາມຸນີ ນາຍບ້ານດົງປ່າລານທ່າ ໄດ້ຜ່ານການປະເມີນຜົນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ວ່າ: ໃນໄລຍະຜ່ານມາ, ບ້ານດົງປ່າລານທ່າ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ເອກະສານ, ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍ ,ມະຕິ,ຄຳ ສັ່ງ,ແຈ້ງການຂອງຂັ້ນເທິງວາງອອກ ເພື່ອໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ການປະຕິບັດລະບຽບຂອງບ້ານໃຫ້ໄດ້ດີ, ມີສະຕິຕື່ນຕົວເປັນເຈົ້າການໃນການຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍ ຢູ່ພາຍໃນບ້ານຂອງຕົນ. ໄປຄຽງຄູ່ກັບການເກັບກຳສະຖິຕິຈຳນວນພົນ ທີ່ບໍ່ທັນໄດ້ຂຶ້ນທະບຽນສຳມະໂນຄົວ ມີ 14 ຄົນ ຍິງ 6 ຄົນ, ໃນນີ້ ຜູ້ມາເປັນໄພ້ 5 ຄົນ, ເຂີຍ 5 ຄົນ, ມີເດັກເກີດໃໝ່ 3 ຄົນ ຍິງ 1 ຄົນ ແລະ ຈຳນວນພົນ ທີ່ຍັງບໍ່ໄດ້ຂຶ້ນທະບຽນສຳມະໂນຄົວ ແມ່ນໄດ້ເຊີນພວກກ່ຽວມາແນະນຳຂັ້ນຕອນ ໃນການປະກອບເອກະສານຂໍຈົດທະບຽນສໍາມະໂນຄົວດ້ວຍຕົນເອງ, ສ່ວນຄອບຄົວຕ່າງດ້າວ ແລະ ຄອບຄົວບໍ່ມີໜ້າຊົ່ວຄາວ ມີ 74 ຄອບຄົວ.

ຜ່ານການສັງລວມການກວດກາ, ຕີລາຄາປະເມີນຜົນ ໂດຍອີງຕາມ 5 ມາດຖານ ການກໍ່ສ້າງຄອບຄົວປ້ອງກັນຄວາມສະຫງົບດີ ຈຳນວນ 131 ຄອບຄົວ, ຄອບຄົວ ຍັງບໍ່ຄົບເງື່ອນໄຂມາດຖານ ມີ 4 ຄອບຄົວ,ໃນຈຳນວນຄອບຄົວທີ່ໄດ້ປະເມີນທັງໝົດ ມີ136 ຄອບຄົວ, ຄອບຄົວທີ່ບໍ່ໄດ້ປະເມີນເປັນຄອບຄົວຕ່າງດ້າວ ແລະ ຄອບຄົວບໍ່ມີໜ້າຊົ່ວຄາວ ມີ 74 ຄອບຄົວ, ຈາກການປະເມີນ ສາມາດຢັ້້ງຢືນ ເປັນບ້ານປ້ອງກັນຄວາມສະຫງົບດີ ໄດ້ຕາມ 5 ມາດຖານເງື່ອນໄຂ ທີ່ໄດ້ກຳນົດ ເຊິ່ງໄດ້ຄະແນນ ສະເລ່ຍ 98,36% ປະເພດແຂງ.ໃນພິທີ,ໄດ້ມອບໃບຢັ້ງຢືນ ຄອບຄົວປ້ອງກັນຄວາມສະຫງົບດີ ປະຈຳປີ 2020 ຈຳນວນ 131 ຄອບຄົວ ໂດຍກ່າວມອບຂອງ ພັທ ບຸນສົງ ດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ