ຕົ້ນເດືອນກັນຍານີ້, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ມອບເຄື່ອງຂອງກາງປະເພດຄອມພິວເຕີ ແລະ ເຄື່ອງໃຊ້ຫ້ອງການທີ່ ເກັບກູ້ໄດ້ຈາກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ ພາຍຫຼັງໄດ້ກັກຕົວຄົນຮ້າຍມາດຳເນີນຄະດີ.

ພັທ ຄຳເຕົ່າ ກຳລັດສາລີ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ກ່າວວ່າ ເຄື່ອງທີ່ເກັບກູ້ໄດ້ ແລະ ນຳມາມອບໃນຄັ້ງນີ້ປະກອບມີ ໂນດ ບຸກ 3 ໜ່ວຍ (ໃຊ້ງານບໍ່ໄດ້ 1 ໜ່ວຍ) ປຶ້ມບັນຊີເງິນຝາກທະນາຄານ 1 ຫົວ, ຄອມພິວເຕີຕັ້ງໂຕະ 1 ຊຸດ, ໂສ້ງ 17 ຜືນ, ເສື້ອ 2 ຜືນ, ເບີ້ເອັມໂຟນ 120 ເບີ ເບີ້ເນັດ 187, ເບີໂທລະສັບຕັ້ງໂຕະ 5 ໜ່ວຍ, ຊຸດພະນັກງານ 2 ຊຸດ, ຫົວວາຍຟາຍ 2 ຫົວ, ລູກກະແຈຫ້ອງການ 7 ພວງ ແລະ ກະແຈ ລົດໃຫຍ່ຣີໂວ 1 ອັນ ທີ່ຄົນຮ້າຍໄດ້ລັກໄປແຕ່ຄັ້ງວັນ 13 ສິງຫາ ປີ 2020, ຢູ່ເຂດບ້ານສິງຈະເລີນ, ບ້ານຈງຽແລ ແລະ ບ້ານຈງຽໄຈ ເມືອສິງ ແຂວງຫຼວງນ້ຳທາ.

ພາຍຫຼັງມອບເຄື່ອງໃຫ້ກັບຜູ້ຕາງໜ້າທັງ 2 ຄົນແລ້ວ, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງປົກປັກຮັກສາວັດຖຸເຄື່ອງຂອງໃຫ້ດີ, ມີສະ ຕິຕໍ່ຊັບສິນ ແລະ ຕື່ນຕົວໃນການປ້ອງກັນຊ່ອງທາງການກະທຳຜິດ ເພື່ອບໍ່ໃຫກຸ່ມຄົນບໍ່ດີລົງມືໄດ້. ສຳລັບຄົນຮ້າຍທີ່ກໍ່ເຫດຊື່ທ້າວ ຫຼ້າ ອາຍຸ 33 ປີ ຢູ່ບ້ານນ້ຳ ແງ້ນ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ. ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວ ເພື່ອດຳເນີນຄະດີຕາມລະບຽບກົດ ໝາຍ.