1 ປີຜ່ານມາ, ຄະນະສະຫະພັນແມ່ຍິງ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ນໍາພາສະມາຊິກແມ່ຍິງທຸກສະຫາຍເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕິດພັນກັບ ວຽກງານຕິດຕາມກວດກາ, ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ເຮັດໃຫ້ການປະຕິບັດວຽກງານມີຜົນສໍາເລັດ ແລະ ສາມາດສ້າງໜ່ວຍແມ່ຍິງ 3 ດີ ໄດ້100%.

ພັທ ນາງ ອ່ອນສີ ສີລາວົງ ປະທານສະຫະພັນແມ່ຍິງ ກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານກວດກາຢູ່ຂັ້ນໜ່ວຍ ແລະ ຂັ້ນຮາກຖານ ໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມກວດກາ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ທີ່ຈັດຂຶ້ນໃນວັນທີ 29 ກັນຍາ 2020; ໂດຍໄດ້ມີ ພັທ ນາງ ບຸນຖະໜອມ ວົງຊົມພູ ຮອງປະທານກວດກາ ສະຫະພັນແມ່ຍິງ ກະຊວງ ປກສ ພ້ອມດ້ວຍຫົວໜ້າຈຸ-ຮອງຈຸ ແລະ ຫົວໜ້າໜ່ວຍສະຫະພັນແມ່ຍິງ ທີ່ຂຶ້ນກັບ ກົມຕໍາຫຼວດຄຸມຂັງ-ດັດສ້າງ ເຂົ້າຮ່ວມ.

ຄະນະສະຫະພັນແມ່ຍິງ ແຕ່ລະໜ່ວຍ ແມ່ນໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກແມ່ຍິງດ້ວຍຫຼາຍຮູບການ ເພື່ອປຸກລະດົມຊຸກຍູ້ສະມາຊິກແມ່ຍິງ ເຂົ້າຮ່ວມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ, ຕີລາຄາແບ່ງປະເພດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ; ໂດຍຕິດພັນກັບ ການປະຕິບັດວຽກງານວິຊາສະເພາະ ເຊິ່ງເຫັນວ່າ: ສະມາຊິກແມ່ຍິງແຕ່ຈຸ, ໜ່ວຍທີ່ຂຶ້ນກັບ ກົມຕໍາຫຼວດຄຸມຂັງ-ດັດສ້າງ ມີແນວຄິດການເມືອງໜັກແໜ້ນ, ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງເທິງມອບໝາຍໃຫ້ ມີຜົນສໍາເລັດເປັນຢ່າງດີ ສະແດງອອກໃນຜົນງານປະຈໍາປີ 2020 ຄື: ມີສະມາຊິກແມ່ຍິງ 3 ດີ ປະເພດ I ຈໍານວນ 126 ສະຫາຍ ກວມເອົາ 95,45%, ປະເພດ II ມີ 6 ສະຫາຍ ກວມເອົາ 4,45%, ມີບຸກຄົນຕົວແບບດ້ານຕ່າງໆ 10 ສະຫາຍ, ໜ່ວຍແມ່ຍິງ 3 ດີ ມີ 5 ໜ່ວຍ ກວມເອົາ 100% ແລະ ເປັນຮາກຖານສະຫະພັນແມ່ຍິງ 3 ດີ.

ພັທ ນາງ ອ່ອນສີ ສີລາວົງ ປະທານສະຫະພັນແມ່ຍິງ ກົມຕໍາຫຼວດຄຸມຂັງ-ດັດສ້າງ

ທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ສະມາຊິກແມ່ຍິງຢ່າງເນື່ອງນິດລຽນຕິດ ມີເນື້ອໃນກວ້າງຂວາງເລິກເຊິ່ງ ແລະ ແທດເຖິງແຕ່ລະເປົ້າໝາຍ ເພື່ອແນໃສ່ປັບປຸງຄຸນນະພາບຂອງສະມາຊິກແມ່ຍິງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສາມາດເຮັດສໍາເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.