ວັນທີ 29 ກັນຍາ 2020, ພະແນກຕໍາ ຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ລົງຝຶກຊ້ອມ-ແນະນໍາວິທີດັບ-ມອດໄຟ, ການນໍາໃຊ້ບັ້ງມອດໄຟ ແລະ ການຊ່ວຍ ເຫຼືອຜູ້ທີ່ຖືກເຄາະຮ້າຍຈາກເຫດໄຟໄໝ້ອອກຈາກອາຄານ ໃຫ້ພະນັກງານບໍລິສັດ ບອດຕ໌ລອງ ເຢຽ ຈໍາກັດ ໂດຍມີທ່ານ ພອນວິໄລ ວົງວິຫານ ຜູ້ອາວຸໂສໃຫ້ຄໍາແນະນໍາດ້ານສຸຂະພາບແຮງງານ, ສິ່ງແວດລ້ອມ, ຄວາມປອດໄພ ແລະ ການຝຶກ ອົບຮົມ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ຄໍາເພັດ ດາລາວົງ ວ່າການຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ອະທິບາຍ ກ່ຽວກັບຄວາມຮູ້ພື້ນຖານວຽກງານປ້ອງກັນອັກຄີໄພ ເບື້ອງຕົ້ນ, ແນະນໍາວິທີຊ່ວຍເຫຼືອຜູ້ທີ່ບາດເຈັບອອກຈາກອາຄານ, ການນໍາໃຊ້ຖັງແກັສ-ບັ້ງມອດໄຟແຕ່ລະຊະນິດ ແລະ ການຝຶກຕົວຈິງ ເປັນຕົ້ນແມ່ນການດັບມອດຖັງແກັສໃນກໍລະນີທີ່ເກີດມີການຮົ່ວໄຫຼ ຫຼື ໄຟໄໝ້ອື່ນໆ ເນື່ອງຈາກວ່າ ປັດຈຸບັນ, ອັກຄີໄພສາມາດເກີດຂຶ້້ນໄດ້ທຸກເມື່ອ ແລະ ທຸກເວລາ ຖ້າຫາກວ່າຜູ້ນໍາໃຊ້ອຸປະກອນທີ່ຊັກນໍາຄວາມຮ້ອນ, ຖັງແກັສ, ການດັງໄຟ, ໃຕ້ທູບ-ທຽນ ແລ້ວບໍ່ດັບມອດກໍຈະພາໃຫ້ເກີດມີອັກຄີໄພເກີດຂຶ້ນ ເຊິ່ງສິ່ງດັ່ງກ່າວສົ່ງຜົນກະທົບທັງດ້ານຊັບສິນ ແລະ ຊີວິດໄດ້.

ສະນັ້ນ, ເພື່ອເປັນການປ້ອງ ແລະ ສະກັດກັ້ນ ບໍ່ໃຫ້ເຫດການດັ່ງກ່າວເກີດຂຶ້ນທຸກຄົນຕ້ອງມີ ສະຕິລະມັດລະວັງທຸກຄັ້ງໃນການຊົມໃຊ້ຟືນໄຟ, ເມື່ອໃຊ້ແລ້ວຄວນດັບມອດໃຫ້ລະອຽດ ພ້ອມທັງກວດຄືນກ່ຽວກັບກ່ອງເຕີໄຟ ເມື່ອກວດພົບວ່າມີການນໍາໃຊ້ເປັນເວລາດົນ (ເກົ່າ) ຄວນປ່ຽນ-ຖ່າຍທັນທີ ເພື່ອຫຼີກລ່ຽງໄຟຟ້າຊ໋ອດ ຫຼື ເກີດການລະເບີດ.

ໃນຕອນທ້າຍ, ວ່າການຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ຍັງໄດ້ມອບໃບຢັ້ງຢືນເມື່ອສໍາເລັດການຝຶກອົບຮົມໃຫ້ກັບບໍລິສັດ ບອດຕ໌ ລອງເຢຽ ຈໍາກັດ ນໍາອີກ.