ກອງບັນຊາການປ້ອງກັນທີ່ຕັ້ງ ປະກາດນາຍຕໍາຫຼວດຮັບອຸດໜູນບຳນານ

0
1418

ກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງ ກະຊວງ ປກສ ​ໄດ້​ຈັດ​ພິທີ​ປະກາດ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍຕໍາຫຼວດ​ພັກ​ການ​ຮັບ​ອຸດໜູນບຳ ນານ ໃນ​ວັນ​ທີ 30 ກັນຍາ 2020,​ ໂດຍ​ການ​ເປັນ​ປະທານຂອງ​ ພັອ ​ໄຊ​ສີ ​ແກ້ວ​ສະຫງ່າ ຫົວໜ້າກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງ,ມີ ​ພະນັກ ງານຫຼັກ​ແຫຼ່ງ 4 ຫ້ອງ, 3 ກອງພັນ, ກອງ ຮ້ອຍ​ເອກະລາດ​ ​ແລະ ນາຍຕໍາຫຼວດທີ່ພັກການຮັບອຸດໜູນບໍານານ ເຂົ້າ​ຮ່ວມ.

ພັທ ກອງ​ແກ້ວ ກຸ​ສາ​ນົນ ຫົວໜ້າຫ້ອງການ​ເມືອງ ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບຳນານ ສະບັບເລກທີ 1832/ປກສ, 1829/ປກສ, 1835/ປກສ, 1831/ປກສ, 1833/ປກສ, 1830/ປກສ, 1834/ປກສ,ລົງວັນທີ 16 ກັນ ຍາ 2020.ໃນ​ນີ້, ມີຮອງຫົວໜ້າກອງບັນຊາການ 1 ສະຫາຍ, ສັງກັດຢູ່ຫ້ອງການ 2 ສະ ຫາຍ, ຫ້ອງການ ເມືອງ 1 ສະຫາຍ, ຫ້ອງເສນາ 1 ສະຫາຍ, ກອງພັນ 206 ມີ 1 ສະຫາຍ ແລະ ສັງກັດຢູ່ກອງພັນ 207 ມີ 1 ສະຫາຍ.

ໃນໂອກາດນີ້, ພັອ ​ໄຊ​ສີ ​ແກ້ວ​ສະຫງ່າ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ນາຍ​ຕໍາຫຼວດທີ່​ພັກ​ການ​ຮັບ​ອຸດໜູນບຳນານ​ໃນ​ຄັ້ງ​ນີ້​ ເຊິ່ງຕະ ຫຼອດ​ໄລຍະ​ຜ່ານ​ມາ ບັນດາ​ສະຫາຍ​ໄດ້​ປະກອບ​ສ່ວນ​ຢ່າງ​ຕັ້ງໃນໜ້າທີ່​ວິຊາ​ສະ​ເພາະ ​ແລະ ພ້ອມ​ກັນ​ເຮັດ​ສຳ​ເລັດໜ້າທີ່​ວຽກງານ​ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້, ພ້ອມ​ທັງ​ອວຍພອນ​ໄຊ​ໃຫ້​​ນາຍ​ຕໍາຫຼວດທີ່​ພັກ​ການຮັບ​ອຸດໜູນບຳນານ ຈົ່ງ​ມີ​ສຸຂະພາບ​​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ​ໃນຊີວິດ​ສ່ວນ​ຕົວ ​ແລະ ຄອບຄົວ.