ກົມຕໍາຫຼວດຄຸມຂັງ-ດັດສ້າງ ເຊື່ອມຊຶມມະຕິສູນກາງພັກ

0
1394

ໃນວັນທີ 1 ຕຸລາ 2020, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ X ສະໄໝທີ 10, ເຜີຍແຜ່ໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ຫ້ອງ, ພະແນກ, ຄ້າຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຈວ ສົມລິດ ດາວຮຸ່ງສຸລິ ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານສູນກາງພັກ ຄັ້ງທີ X ສະໄໝທີ 10 ໄດ້ຄົ້ນຄວ້າ, ປຶກສາຫາລືບັນຫາທີ່ສໍາຄັນຕ່າງໆ, ໂດຍສະເພາະ ການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິ ຫານສູນກາງພັກ ຄັ້ງທີ 7​, 8 , 9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາ ປະຈໍາໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ, ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ການປັບປຸງລະບຽບຂອງພັກ ສະໄໝທີ X ແລະ ທິດປັບປຸງກົງຈັກ ລັດຖະບານ.

ການຈັດກອງປະຊຸມເຊື່ອມຊຶມມະຕິຄັ້ງນີ້, ກໍເພື່ອເປັນການໂຄສະນາສຶກສາ-ອົບຮົມໃຫ້ຄະນະພັກ-ຄະນະບັນຊາ, ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນກົມຮັບຮູ້-ເຂົ້າໃຈ ຕໍ່ຜົນສໍາເລັດຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບການຍຶດໝັ້ນປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ,ປະກອບສ່ວນຮັກສາສະຖຽນລະພາບຄວາມສະຫງົບຂອງພາກພື້ນ, ໃນທົ່ວໂລກ ເຮັດໃຫ້ບົດບາດຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ໃນກອງປະຊຸມ,ໄດ້ເຜີຍແຜ່ເຊື່ອມມະຕິ ເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ແລະ ມະຕິເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະ ດີຕາມຂະບວນຍຸຕິທໍາ.